ຕອນຄ່ຳວັນທີ 19 ມີນາ, ທີ່ສວນສາທາລະນະ ເລວັນຕ໋າມ, ເມືອງ 1, ນະຄອນ ໂຮ່ຈິມິນ, ຄະນະຈັດຕັ້ງງານວາງສະແດງປື້ມນະຄອນ ໂຮ່ຈິມິນ ໄດ້ຈັດພິທີໄຂງານວາງສະແດງປື້ມຄັ້ງທີ 10-2018 ດ້ວຍຫົວຂໍ້ “ປື້ມ-ວັດທະນະທຳ-ເຊື່ອມໂຍງ ແລະພັດທະນາ”, ເຂົ້າຮ່ວມງານບຸນປື້ມມີທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ. 

leftcenterrightdel
ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ຢ້ຽມຊົມຮ້ານວາງສະແດງທີ່ງານວາງສະແດງປື້ມນະຄອນ ໂຮ່ຈິມິນ 2018. ພາບ: ຢູງເຟືອງ.

ງານວາງສະແດງປື້ມຄັ້ງນີ້ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່່ກ່ອນມາຮອດປະຈຸບັນໃນທົ່ວປະເທດ, ດ້ວຍກວ່າ 900 ຮ້ານວາງສະແດງທີ່ມາຈາກກວ່າ 200 ຫົວໜ່ວຍພິມຈຳໜ່າຍພາຍໃນປະເທດ ແລະສາກົນ;  ດ້ວຍປື້ມ 30 ລ້ານຫົວທີ່ຮັບໃຊ້ໃຫ້ແກ່ຜູ້ອ່ານ.

ຈຸດໃໝ່ຂອງງານວາງສະແດງປື້ມຄັ້ງນີ້ແມ່ນມີການເຂົ້າຮ່ວມຂອງເກືອບ 40 ສຳນັກພິມຈຳໜ່າຍທີ່ມາຈາກບັນດາປະເທດຄື: ອາເມລິກາ, ອັງກິດ, ຝຣັ່ງ, ເຢຍລະມັນ, ຍີ່ປຸ່ນ, ສ.ເກົາຫຼີ, ແອັດສະປາຍ... ໃນຂອບເຂດງານວາງສະແດງປື້ມຈະມີການເຄ່ືອນໄຫວຫຼາຍຢ່າງໄດ້ຈັດຕັ້ງຢູ່ເວທີສະແດງສູນກາງ ແລະບັນດາຮ້ານວາງສະແດງຂອງຫົວໜ່ວຍຕ່າງໆ.

ຄະນະຈັດຕັ້ງຄາດຄະເນຈະຕ້ອນຮັບຜູ້ມາຢ້ຽມຊົມ ແລະຊື້ປື້ມປະມານ 1 ລ້ານຄົນ. ງານບຸນປື້ມຈະເປີດປະຕູຮອດວັນທີ 25-3.

ແປໂດຍ: ຮຸຍດົງ