ປູຊະນີຍະສະຖານລະດັບຊາດວິຫານ ເກືອອົງ ປະກອບມີກຸ່ມປູຊະນີຍະສະຖານວິຫານ ເກືອອົງ, (ນະຄອນ ເກີມຝາ) ແລະວິຫານ ກັບຕຽນ, (ເມືອງ ເວີນດົນ). ໃນນັ້ນ, ວິຫານ ເກືອອົງ ນອນໃນສາຍພູສູງເກືອບ 100 ແມັດ, ແຕ່ຕີນພູຂຶ້ນເທິງປະກອບມີ 3 ເຂດບູຊາຄື, (ວິຫານ ຫ້າ, ວິຫານ ຈູງ ແລະວິຫານ ເຖື້ອງ).

leftcenterrightdel
ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີ ມອບໃບຢັ້ງຢືນເປັນເຂດປູຊະນີຍະສະຖານລະດັບຊາດ ວິຫານ ເກືອອົງ. ພາບ: tienphong.vn.

ວິຫານດັ່ງກ່າວແມ່ນບູຊາ ຮືງເຍື້ອງດ້າຍເວືອງ ເຈີ່ນກວກຕາງ, ທັງບູຊາ ຮືງດ້າວດ້າຍເວືອງ ເຈີ່ນກວກຕ໋ວນ ແລະຄອບຄົວພ້ອມກັບນາຍ ແລະພົນທະຫານຂອງເພິ່ນ... ວິຫານ ເກືອອົງ ໄດ້ຮັບການຮັບຮອງເປັນປູຊະນີຍະສະຖານປະຫວັດສາດ-ວັດທະນະທໍາລະດັບຊາດແຕ່ປີ 1989. ນີ້ແມ່ນສະຖານທີ່ຈັດຕັ້ງງານບຸນວິຫານ ເກືອອົງ ແລະໄດ້ຮັບການເຊີດຊູເປັນມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດປີ 2016. ວັນທີ 25 ທັນວາ 2017, ນາຍົກລັດຖະມົນຕີ ໄດ້ຮັບຮອງວິຫານ ເກືອອົງ ເປັນປູຊະນີຍະສະຖານປະຫວັດສາດລະດັບຊາດ.

 

ແປໂດຍ: ເກື່ອງດັ້ງ