ເຫດການນີ້ເພື່ອແນໃສ່ປະກອບສ່ວນໂຄສະນາເຜີຍແຜ່, ແນະນຳຮູບພາບ, ວັດທະນະທຳທີ່ສວຍງາມ, ປະເທດ ແລະຊາວ ຍີ່ປຸ່ນ ເຖິງປະຊາຊົນນະຄອນຫຼວງ ຮ່າໂນ້ຍ. ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອແລກປ່ຽນບົດຮຽນ ແລະຮ່ວມມືໃນຂົງເຂດວັດທະນະທຳ, ການສຶກສາ, ສາທາລະນະສຸກ, ເສດຖະກິດລະຫວ່າງນະຄອນຫຼວງ ຮ່າໂນ້ຍ ແລະຍີ່ປຸ່ນ, ຜ່ານນັ້ນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະເຕັມໄປດ້ວຍຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດກວ່າອີກ.

leftcenterrightdel
ບັນຍາກາດການປະຊຸມຂ່າວ. ພາບ: ຢ້ຽວທູ໋ຍ.

ຕາມນັ້ນແລ້ວ, ງານບຸນພົບປະແລກປ່ຽນວັດທະນະທຳ ຍີ່ປຸ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ຍີ່ປຸ່ນ ຈະດຳເນີນໃນລະຫວ່າງວັນທີ 23 ຫາວັນທີ 26 ມີນາ 2018. ພິທີເປີດຈະໄດ້ຮັບການຈັດຕັ້ງນັບແຕ່ເວລາ 20 ໂມງໃນວັນທີ 23 ມີນາ 2018, ທີ່ເຂດສວນອຸທິຍານອະນຸສາວະລີ ລີ໋ທ໋າຍໂຕ.

ທີ່ງານບຸນຈະມີການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງຄື: ວາງສະແດງຕົ້ນຊາກຸຣາປະມານ 50 ຕົ້ນ ແລະງ່າດອກຊາກຸຣາປະມານ 10.000 ງ່າ ແລະດອກໄມ້ບາງປະເພດຂອງຫວຽດນາມ; ສະແດງຟ້ອນ Yosakoi ຂອງ ຍີ່ປຸ່ນ; ກອງປະຊຸມແລກປ່ຽນການຮ່ວມມືສົ່ງເສີມການລົງທຶນ, ການທ່ອງທ່ຽວລະຫວ່າງນະຄອນ ຮ່າໂນ້ຍ ແລະຍີ່ປຸ່ນ; ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນດ້ານການສຶກສາ, ສາທາລະນະສຸກ; ແລກປ່ຽນບົດຮຽນໃນການຄຸ້ມຄອງໃນຂົງເຂດສາທາລະນະສຸກ, ການສຶກສາລະຫວ່າງ ຍີ່ປຸ່ນ ແລະພະແນກການຄຸ້ມຄອງສະເພາະຂະແໜງ ແລະບາງຮາກຖານທີ່ພວມເຄື່ອນໄຫວຂອງ ຮ່າໂນ້ຍ; ມອບປື້ມ, ອຸປະກອນເຄື່ອງຈັກ, ໜູນຊ່ວຍການເຄື່ອນໄຫວບາງຢ່າງໂດຍກົງຕາມຮູບແບບ, ເຕັກໂນໂລຢີໃໝ່ຂອງ ຍີ່ປຸ່ນ….

 

ແປໂດຍ: ທູຮັ່ງ