leftcenterrightdel
ທ່ານ ຫວໍ້ວັນເຖືອງ ຕີກອງໄຂງານບຸນໜັງສືພິມທົ່ວປະເທດ 2018. ພາບ: ແຄ໋ງຮວ່ຽນ-ຫວຽດເກືອງ.
leftcenterrightdel

             ບັນດາຜູ້ແທນເຂົ້າຮ່ວມພິທີໄຂ. ພາບ: ແຄ໋ງຮວ່ຽນ-ຫວຽດເກືອງ.

ເຂົ້າຮ່ວມພິທີໄຂມີທ່ານ ຫວໍ້ວັນເຖືອງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານ ຫວູດຶກດາມ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ; ພ້ອມດ້ວຍການນໍາບັນດາກະຊວງ, ອົງການທີ່ກ່ຽວຂ້ອງ.

leftcenterrightdel
ທ່ານ ຖ້ວນຫືວ ບັນນາທິການໃຫຍ່ໜັງສືພິມ ເຍີນເຢີນ ກ່າວຄໍາເຫັນທີ່ພິທີໄຂ. ພາບ: ແຄ໋ງຮວ່ຽນ-ຫວຽດເກືອງ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຖ້ວນຫືວ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ບັນນາທິການໃຫຍ່ໜັງສືພິມ ເຍີນເຢີນ ໃຫ້ຮູ້ວ່າ: ງານບຸນໜັງສືພິມທົ່ວປະເທດ ປີ 2018 ໄດ້ເຊີດຊູບັນດາຜົນງານອັນໃຫຍ່ຫຼວງຂອງສື່ມວນຊົນຫວຽດນາມ, ໂຄສະນາບັນດາຜະລິດຕະພັນສື່ມວນຊົນທີ່ຕິດພັນກັບການເຄື່ອນໄຫວອອກແຮງງານປະດິດຄິດແຕ່ງຂອງບັນດານັກຂ່າວໃນທົ່ວປະເທດ; ເພີ່ມທະວີການພົບປະ, ແລກປ່ຽນລະຫວ່າງຜູ້ເຮັດຂ່າວ ແລະມະຫາຊົນ...

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄໍາເຫັນອວຍພອນສະມາຄົມນັກຂ່າວຫວຽດນາມ. ພາບ: ແຄ໋ງຮວ່ຽນ-ຫວຽດເກືອງ.

ກ່າວຄໍາເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ງານບຸນໜັງສືພິມທົ່ວປະເທດປີ 2018 ມີຂອບຂະໜາດໃຫຍ່ກວ່າຊຸມປີກ່ອນດ້ວຍເນື້ອໃນ, ບັນດາການເຄື່ອນໄຫວຢ່າງອຸດົມສົມບູນ, ຈັບອົກຈັບໃຈ.

leftcenterrightdel
ພິທີຕັດແຖບຜ້າໄຂງານບຸນໜັງສືພິມທົ່ວປະເທດ 2018. ພາບ: ແຄ໋ງຮວ່ຽນ-ຫວຽດເກືອງ.

ປີ 2018, ສື່ມວນຊົນປະເທດເຮົາ ຈະສືບຕໍ່ພັດທະນາຢ່າງແຮງກວ່າອີກ, ມີບັນດາການປະກອບສ່ວນສໍາຄັນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ງານບຸນໜັງສືພິມໄດ້ວາງສະແດງບັນດາສື່ສິ່ງພິມລວມມີ: ໜັງສືພິມບຸນປີໃໝ່ສາກົນ 2018, ໜັງສືພິມບຸນປີໃໝ່ປະຈໍາຊາດປີຈໍ 2018; ບັນດາລາຍການບຸນເຕັດທີ່ເປັນເອກະລັກສະເພາະພິເສດ, ໜ້າຈໍໜັງສືພິມເອເລັກໂຕນິກ ສວຍງາມ ແລະເກືອບ 400 ຜະລິດຕະພັນສາລະຄະດີທີ່ດີເດັ່ນກ່ຽວກັບຫົວຂໍ້ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນ ແລະຕ້ານໄພພິບັດ ປີ 2017...

leftcenterrightdel
ບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງຢູ່ງານບຸນໜັງສືພິມທົ່ວປະເທດ 2018. ພາບ: ແຄ໋ງຮວ່ຽນ-ຫວຽດເກືອງ.
leftcenterrightdel
ບັນດາ ທ່ານ ຫວໍ້ວັນເຖືອງ; ທ່ານ ຫວູດຶກດາມ; ທ່ານ ຖ້ວນຫືວ; ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ຖ່າຍຮູບເປັນທີ່ລະນຶກກັບການນໍາກຸ່ມສື່ມວນຊົນກອງທັບປະຊາຊົນຫວຽດນາມ. ພາບ: ແຄ໋ງຮວ່ຽນ-ຫວຽດເກືອງ.
leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ແລະບັນດາຜູ້ແທນຊົມບັນດາສື່ສິ່ງພິມຂອງໜັງສືພິມກອງທັບປະຊາຊົນຫວຽດນາມ.  ພາບ: ແຄ໋ງຮວ່ຽນ-ຫວຽດເກືອງ.
leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ເລຂາຄະນະພັກ, ບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ແນະນໍາກັບທ່ານ ຫວໍ້ວັນເຖືອງ ກ່ຽວກັບບັນດາສື່ສິ່ງພິມຂອງໜັງສືພິມ. ພາບ: ຟຸເຊີນ.

ສິ້ນສຸດງານບຸນໜັງສືພິມທົ່ວປະເທດປີ 2018, ຄະນະຈັດຕັ້ງຈະຄັດເລືອກ, ມອບລາງວັນໃຫ້ຮ້ານວາງສະແດງທີ່ສ້າງຄວາມປະທັບໃຈ, ມີສີສັນພິເສດ, ລາງວັນໜ້າປົກໜັງສືພິມບຸນເຕັດ, ລາງວັນໜ້າຈໍງາມໃຫ້ໜັງສືພິມເອເລັກໂຕນິກ...

 

ແປໂດຍ: ຫງວຽນກຸກ