ໃນນັ້ນ, ການພັດທະນາປະທັບໃຈທີ່ສຸດແມ່ນລະບົບການສຶກສາຂອງ ຈີນ ແລະຫວຽດນາມ. “ນີ້ແມ່ນຜົນງານໃຫຍ່ຂອງພາກພື້ນ ແລະສາມາດກາຍເປັນບັນດາບົດຮຽນສຳຄັນໃຫ້ປະເທດຕ່າງໆຢູ່ໃນໂລກ”.

leftcenterrightdel
ນັກຮຽນ ຫວຽດນາມ ມີຜົນງານຮ່ຳຮຽນດີກວ່າເມື່ອທຽບໃສ່ປະເທດຕ່າງໆ. ພາບ: vov.vn.

ບົດລາຍງານດັ່ງກ່າວໄດ້ເນັ້ນໜັກວ່າ, ຜົນງານຮ່ຳຮຽນຂອງນັກສຶກສາບໍ່ຈຳເປັນຕ້ອງຂຶ້ນກັບອັດຕາລາຍຮັບຂອງປະເທດນັ້ນ. ຕົວຢ່າງຄືໃນເກນອາຍຸ 10 ປີ, ນັກຮຽນ ຫວຽດນາມ ມີຜົນງານຮ່ຳຮຽນດີກວ່າເມື່ອທຽບໃສ່ບັນດານັກຮຽນແຖວຫນ້າຂອງ ອິນເດຍ, ເປຣູ ແລະເອທີໂອເປຍ. ຕາມການສັງເກດສຳຄັນຂອງບົດລາຍງານແລ້ວ, ລາຍຮັບຄອບຄົວບໍ່ຕັດສິນເຖິງຜົນງານຮ່ຳຮຽນຂອງເດັກນ້ອຍ ແລະສິ່ງດັ່ງກ່າວແມ່ນຖຶກຕ້ອງກັບທຸກປະເທດໃນພາກພື້ນ.

 

ແປໂດຍ: ທູຮັ່ງ