ຕາມນັ້ນແລ້ວ, ບັນດາການເຄື່ອນໄຫວຈະໄດ້ຈັດຕັ້ງຈົນເຖິງໝົດປີ 2018, ເຊິ່ງສຸມໃສ່ດໍາເນີນໃນເດືອນ ເມສາ 2018 ດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ພິທີສະເຫຼີມສະຫຼອງ 1050 ປີແຫ່ງວັນສ້າງຕັ້ງລັດ ດ້າຍໂກຫວຽດ (968-2018)  ແລະງານບຸນ ຮວາລື 2018, ກອງປະຊຸມສໍາມະນາວິທະຍາສາດ “ບົດບາດຂອງລັດ ດ້າຍໂກຫວຽດ ໃນປະຫວັດສາດຂອງຊາດຫວຽດນາມ”, ງານປະກວດ “ນາງງາມ ຮວາລື” 2018, ວາງສະແດງບັນດາຜະລິດຕະພັນຫັດຖະກໍາ, ວາງສະແດງຮູບພາບສິລະປະ “ທັດສະນີຍະພາບແຂວງ ນິງບິ່ງ”...

leftcenterrightdel
ບັນຍາກາດທີ່ການປະຊຸມຂ່າວ. ພາບ: ຮວ່າງຮວ່າງ.

ແຂວງ ນິງບິ່ງ ຫວັງວ່າຜ່ານບັນດາການເຄື່ອນໄຫວໂຄສະນາ, ວັດທະນະທໍາ-ສິລະປະ, ກິລາ-ກາຍຍະກໍາສະເຫຼີມສະຫຼອງ 1050 ປີແຫ່ງວັນສ້າງຕັ້ງລັດ ດ້າຍໂກຫວຽດ (968-2018), ຈະປະກອບສ່ວນສ້າງບັນຍາກາດເບີກບານມ່ວນຊື່ນ, ລະດົມກໍາລັງໃຈປະຊາຊົນທຸກຊັ້ນວັນນະໃນແຂວງ, ປະຕິບັດບັນດາໜ້າທີ່ປີ 2018 ຢ່າງມີໄຊ; ໂຄສະນາບັນດາຈຸດວັດທະນະທໍາທີ່ເປັນເອກະລັກສະເພາະ, ຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການທ່ອງທ່ຽວ, ດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດມາຢ້ຽມຢາມແຂວງ ນິງບິ່ງ, ປະກອບສ່ວນຍູ້ແຮງການພັດທະນາເສດຖະກິດ-ສັງຄົມຂອງແຂວງ.

 

ແປໂດຍ: ຮວ່າງເຈື່ອງ