ເຂົ້າຮ່ວມພິທີດັ່ງກ່າວມີທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ, ທ່ານນາງ ຫງວຽນທິທູຮ່າ ປະທານສະຫະພັນແມ່ຍິງຫວຽດນາມ, ທ່ານພົນຕີ ຮວ່າງຊວນຈ໋ຽນ, ຜູ້ບັນຊາການທະຫານປ້ອງກັນຊາຍແດນພ້ອມດ້ວຍຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

leftcenterrightdel
ທ່ານນາງຮອງປະທານປະເທດ  ດັ້ງທິງອັກທິ້ງ  ກ່າວຄໍາເຫັນທີ່ພິທີ. ພາບ: ທູຊາ.

ລາຍການ “ຮ່ວມເດີນທາງພ້ອມກັບແມ່ຍິງເຂດຊາຍແດນ” ໄດ້ຜັນຂະຫຍາຍດ້ວຍບັນດາເນື້ອໃນລະອຽດ, ແທດຈິງຄື: ຍົກສູງຄວາມຮູ້, ແນະນໍາທັກສະໃຫ້ແກ່ແມ່ຍິງ, ເສີມຂະຫຍາຍບົດບາດເປັນເຈົ້າການ, ຕັ້ງໜ້າຂອງແມ່ຍິງສ້າງຄອບຄົວໃຫ້ມີຄວາມຜາສຸກ, ສ້າງຊົນນະບົດໃໝ່... ປະກອບສ່ວນຮັດແຄບຄວາມແຕກໂຕນກັນລະຫວ່າງເຂດພູດອຍ ແລະຕົວເມືອງ, ລະຫວ່າງເຂດຊາຍແດນ ແລະເຂດທົ່ງພຽງ.

leftcenterrightdel
ມອບຂອງຂວັນໃຫ້ແກ່ນັກຮຽນທຸກຍາກແຕ່ຮຽນເກັ່ງເມືອງ ດິ່ງເລີບ, ແຂວງ ລ້າງເຊີນ. ພາບ: ທູຊາ.

ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ  ດັ້ງທິງອັກທິ້ງ ເຂົ້າຮ່ວມການປູກຕົ້ນໄມ້ເປັນທີ່ລະນຶກຢູ່ເທດສະບານເມືອງ ດິ່ງເລີບ ແລະມອບທຶນການສຶກສາຈໍານວນ 220 ທຶນ, ລວມມູນຄ່າ 220 ລ້ານດົ່ງຂອງກອງທຶນອຸປະກາລະເດັກນ້ອຍຫວຽດນາມ ໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງຂອງບັນດາຕາແສງຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ກອງບັນຊາການທະຫານປ້ອງກັນຊາຍແດນມອບເງິນ 684 ລ້ານດົ່ງໜູນຊ່ວຍຮູບແບບທໍາມາຫາກິນໃຫ້ແກ່ແມ່ຍິງທຸກຍາກຢູ່ 4 ຕາແສງຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງແຂວງ ລ້າງເຊີນ ແລະກິດຈະກຳກໍ່ສ້າງຫ້ອງນ້ຳຢູ່ຫໍວັດທະນະທໍາວົງຄະນາຍາດບັນດາບ້ານສັງກັດຕາແສງ ບັກຊາ.

ສະຫະພັນແມ່ຍິງຫວຽດນາມ ມອບຂອງຂວັນນັບຫຼາຍສິບພູດໃຫ້ແກ່ລາຍການ ແລະຕາແສງ ບັກຊາ, ລວມມູນຄ່າທັງໝົດເກືອບ 800 ລ້ານດົ່ງ. ສູນກາງສະພາກາແດງຫວຽດນາມ ມອບຂອງຂວັນຈໍານວນ 140 ພູດໃຫ້ແມ່ຍິງທຸກຍາກຢູ່ຕາແສງ ບັກຊາ, ລວມມູນຄ່າ 70 ລ້ານດົ່ງ.

 

ແປໂດຍ: ຮວ່າງເຈື່ອງ