ທີ່ນະຄອນ ດ່າລາດ, ດອກສ້ຽວປ່າ ເລີ່ມປູກຢູ່ຕາມຖະໜົນສາຍຕ່າງໆກ່ອນນີ້ປະມານ 10 ກວ່າປີ. ຍາມນີ້, ດອກສ້ຽວປ່າ ຢູ່ນະຄອນ ດ່າລາດ ກໍາລັງບານສະພັ້ງ, ພ້ອມກັບດອກໄມ້ຫຼາຍຊະນິດ, ສົ່ງກິ່ນຫອມຫວນໄປທົ່ວນະຄອນ, ເຮັດໃຫ້ນະຄອນມີຄວາມສວຍງາມຂຶ້ນຕື່ມ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບດອກສ້ຽວປ່າ ຢູ່ນະຄອນ ດ່າລາດ ໃນລະດູບານໃໝ່ນີ້.

leftcenterrightdel
ມູມໜຶ່ງໃນຖະໜົນ ເຈິ່ນຟູ໋ ເຕັມໄປດ້ວຍສີຂາວຂອງດອກສ້ຽວປ່າ. ພາບ: ຫວູດິ່ງດົງ.

leftcenterrightdel
ລະດູບານໃໝ່ພາກຕາເວັນຕົກສ່ຽງເໜືອ ວຽນມາເທິງຫຼັງຄາເຮືອນຢູ່ນະຄອນ ດ່າລາດ. ພາບ: ຫວູດິ່ງດົງ.

leftcenterrightdel
ໃນເທບນິຍາຍຂອງຊົນເຜົ່າ ໄທ, ດອກສ້ຽວປ່າເປັນສັນຍາລັກແຫ່ງຄວາມຮັກທີ່ສັດຊື່, ບໍລິສຸດຜຸດຜ່ອງ. ພາບ: ຫວູດິ່ງດົງ.

leftcenterrightdel
ດອກສ້ຽວປ່າທ່າມກາງແສງຕາເວັນ. ພາບ: ຫວູດິ່ງດົງ.
leftcenterrightdel
ນອກຈາກດອກສ້ຽວປ່າທີ່ຂາວກະຈະແລ້ວ, ນະຄອນ ດ່າລາດ ຍັງມີດອກສ້ຽວປ່າສີແດງອີກດ້ວຍ. ພາບ: ຫວູດິ່ງດົງ.

leftcenterrightdel
ດອກສ້ຽວປ່າອວດຄວາມງາມຢູ່ຂ້າງສໍານັກງານຕ່າງໆ. ພາບ: ຫວູດິ່ງດົງ.

leftcenterrightdel
ດອກສ້ຽວປ່າອວດຄວາມງາມ ພ້ອມກັບດອກເໝີຍ, ດອກຊາກຸຣະ ດ່າລາດ. ພາບ: ຫວູດິ່ງດົງ.

leftcenterrightdel
ດອກສ້ຽວປ່າ ພາໃຫ້ນະຄອນ ດ່າລາດ ສວຍງາມດັ່ງໃນຝັນ. ພາບ: ຫວູດິ່ງດົງ.

ແປໂດຍ: ຮວ່າງເຈື່ອງ