leftcenterrightdel
ລະບົບ zipline ແມ່ນໍ້າໄຈ-ຖໍ້າ ໂຕ໋ຍ ຂຶ້ນກັບປ່າສະຫງວນແຫ່ງຊາດ ຟອງຍາ-ແກ້ບາງ. ພາບ: ສໍານັກຂ່າວສານຫວຽດນາມ.

ເຂດທີ່ແຂວງ ກວ້າງບິ່ງ ຈັດສັນກໍ່ສ້າງນັ້ນແມ່ນຂຶ້ນກັບເຂດບໍລິການບໍລິຫານຂອງປ່າສະຫງວນແຫ່ງຊາດ ຟອງຍາ-ແກ້ບາງ (ຢູ່ບ້ານ ໄຈເລີບ, ຕາແສງ ຟຸກແຈກ, ເມືອງ ໂບ໋ແຈກ, ກວ້າງບິ່ງ, ຫວຽດນາມ) ດ້ວຍເນື້ອທີ່ 350.000 ຕາແມັດ. ທິດຕາເວັນຕົກສ່ຽງເໜືອແມ່ນຕິດກັບທິດຕາເວັນຕົກເສັ້ນທາງ ໂຮ່ຈິມິນ; ທິດຕາເວັນອອກສ່ຽງໃຕ້ຕິດກັບຜາຫີນ; ທິດຕາເວັນອອກສ່ຽງເໜືອຕິດກັບຖໍ້າ ໂຕ໋ຍ; ທິດຕາເວັນຕົກສ່ຽງໃຕ້ຕິດກັບຫ້ວຍໝອກ. ຕາມການຈັດສັນ, ລະບົບ zipline ນີ້ຄາດຄະເນວ່າຈະຕອບສະໜອງຮັບໃຊ້ໃຫ້ແຂກທ່ອງທ່ຽວໄດ້ປະມານ 1.000 ຄົນ/ມື້.

 

ແປໂດຍ: ຮວ່າງເຈື່ອງ