ພາຍຫຼັງ 2 ເດືອນແຫ່ງການເຄື່ອນໄຫວ, ຮ້ານກາເຟທີ່ເປັນເອກະລັກສະເພາະນີ້ໄດ້ດຶງດູດໄວໜຸ່ມມັກເຕັກໂນໂລຢີເປັນຈໍານວນຫຼວງຫຼາຍມາແຫ່ງນີ້. ໂດຍໄດ້ຮູ້ວ່າ, Robot ນີ້ມີຊື່ວ່ານາງ Morta, ສູງ 1,3 ແມັດ ແລະມີນໍ້າໜັກ 20 ກິໂລກາມ. Robot Morta ສາມາດເຄື່ອນຍ້າຍດ້ວຍຕົນເອງຕາມທາງທີ່ມີຢູ່ແລ້ວເທິງພື້ນເຮືອນ, ນໍາເອົາເຄື່ອງດື່ມມາໃຫ້ແຂກ, ຫຼີກເວັ້ນສິ່ງກີດຂວາງບົນເສັ້ນທາງ ແລະເວົ້າບາງປະໂຫຍກ ຄື: “ສະບາຍດີ”, “ຂໍຂອບໃຈ”, “ຂໍເຊີນທ່ານຮັບເອົາເຄື່ອງດື່ມ”, “ກະລຸນາໃຫ້ຫຼີກທາງ”. ຍັງມີສິ່ງທີ່ໜ້າຈັບໃຈໜຶ່ງອີກນັ້ນແມ່ນໃບໜ້າຂອງ Robot Morta ຍັງສາມາດສະແດງອາການຕ່າງໆຄື: ໜ້າແດງ, ຂະຫຍິບຕາ...

ພາລະກອນຂອງຮ້ານກາເຟ ກົດເລກຂອງໂຕະເພື່ອໃຫ້ Robot ນໍາເອົາເຄື່ອງດື່ມມາໃຫ້ແຂກ. ພາບ: ຢຸຍຮ໋ຽວ
 
leftcenterrightdel
Robot Morta ນໍາເອົາເຄື່ອງດື່ມມາແຂກ. ພາບ: ຢຸຍຮ໋ຽວ
leftcenterrightdel
ຮ້ານໄດ້ຕົບແຕ່ງປຽບເໝືອນຍານອາວະກາດ ພວມບິນເຂົ້າທ້ອງຟ້າ. ພາບ: ຢຸຍຮ໋ຽວ
leftcenterrightdel
Robot Morta ສະແດງຄວາມສະເທືອນໃຈໜ້າແດງເປັນໜ້າຮັກທີ່ສຸດ.ພາບ: ຢຸຍຮ໋ຽວ

 

ແປໂດຍ: ທູຈາງ