ພ້ອມກັບສີແດງ, ສີເຫຼືອງຂອງດອກຄາຍ, ໝາກກ້ຽງນ້ອຍ, ສີທຸງ, ດອກໄມ້, ດອກໄຟສີເຫຼື້ອມຍິບຍັບຢູ່ຕາມຖະໜົນ, ຕົ້ນລະດູບານໃໝ່ປີຈໍ ນີ້, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ  ແລະອຳນາດການປົກຄອງບັນດາທ້ອງຖິ່ນໄດ້ລົງທຶນບູລະນະ, ຕົບແຕ່ງຫຼາຍກິດຈະກຳຢູ່ເຂດຄຸ້ມຖະໜົນເກົ່າ, ສວນສາທາລະນະສຳເລັດ ແລະເປີດນຳໃຊ້. ໃນນັ້ນມີບັນດາໂຄງການ, ກິດຈະກຳສິລະປະພົ້ນເດັ່ນ ຄື: ໂຄງການສິລະປະສາທາລະນະຢູ່ຖະໜົນ ຟຸ່ງຮຶງ ໂດຍບັນດານັກແຕ້ມຫວຽດນາມ ແລະ ສ.ເກົາຫຼີ ປະຕິບັດ, ດ້ວຍຮູບແຕ້ມຫຼາຍສິບຮູບໄດ້ສ້າງຄວາມດຶງດູດຄົນຮຸຸ່ນໜຸ່ມນະຄອນຫຼວງ ແລະນັກທ່ອງທ່ຽວຕ່າງປະເທດ; ກິດຈະກຳເຮືອນແວ່ນແຍງຢູ່ສວນສາທາລະນະ ຖົ໋ງເຍີດ ໂດຍນັກແຕ້ມ ຫງວຽນທູຖຸຍ ແລະບັນດາຜູ້ຮ່ວມງານຂອງບໍລິສັດສິລະປະ ເຕີນຮ່າໂນ້ຍ ຈຳກັດປະຕິບັດ...

ການປ່ຽນໃໝ່ບັນດາກິດຈະກຳສະຖາປັດຕະຍະກຳເກົ່າບໍ່ພຽງແຕ່ສ້າງຄວາມງາມໃຫ້ທັດສະນີຍະພາບສະພາບແວດລ້ອມເທົ່ານັ້ນ, ຫາກຍັງສ້າງບັນດາສະຖານທີ່ສິລະປະວັດທະນະທຳໃໝ່ທີ່ດູດດື່ມຊາວນະຄອນຫຼວງກໍ່ຄືນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດມາຢ້ຽມຊົມ, ລະຫຼີ້ນ, ບັນເທີງເນື່ອງໃນໂອກາດບຸນເຕັດ, ລະດູບານໃໝ່ວຽນມາອີກດ້ວຍ.

leftcenterrightdel
ຝາຜະໜັງເກົ່າຢູ່ເຂດເຮືອນລວມແມ່ຍິງສູນກາງມີຊີວິດຊີວາ ແລະໃໝ່ອ່ຽມດ້ວຍຫຼາຍຮູບແຕ້ມ. ພາບ: ຕ໋ວນຮຸຍ.
leftcenterrightdel
 
leftcenterrightdel
ສະຖານທີ່ສິລະປະໃໝ່ຢູ່ຖະໜົນ ຟຸ່ງຮຶງ ແຫ່ງທີ່ດຶງດູດຄົນຮຸ່ນໜຸ່ມມາຢ້ຽມຊົມ. ພາບ: ຕ໋ວນຮຸຍ.
leftcenterrightdel
ພາບແຕ້ມອາຈານຂຽນຕົວໜັງສື ຈີນ ຢູ່ຖະໜົນ ຟຸ່ງຮຶງ. ພາບ: ຕ໋ວນຮຸຍ.
leftcenterrightdel
ພາບທະເລ, ເກາະ ດ້ວຍເຄື່ອງປັ້ນດິນເຜົາຢູ່ເຮືອນແວ່ນແຍງ. ພາບ: ຕ໋ວນຮຸຍ.
leftcenterrightdel
ນັກສຶກສາໂຮງຮຽນມະຫາວິທະຍາໄລເສດຖະກິດ ເຕັກນິກ ຮ່າໂນ້ຍ ຖ່າຍຮູບຢູ່ເຮືອນແວ່ນແຍງໃໝ່. ພາບ: ຕ໋ວນຮຸຍ.

ແປໂດຍ: ຮຸຍດົງ