ຕາມທ່ານ ເລຊວນກ່ຽວ, ຫົວໜ້າສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນມ໋ຽວ - ກ໋ວກຕືຢາມ, ຮ່າໂນ້ຍ ແລ້ວ, ນັບແຕ່ວັນທີ 1 ບຸນເຕັດ (16 ກຸມພາ), ຈຳນວນນັກທ່ອງທ່ຽວມາຢ້ຽມຢາມຢ່າງຫຼວງຫຼາຍ ແລະພິເສດແມ່ນເພີ່ມຂຶ້ນສູງໃນວັນທີ 2 ຂອງບຸນເຕັດ.

leftcenterrightdel
ບັນດາງານບຸນໃນລະດູບານໃໝ່ດຶງດູດປະຊາຊົນເປັນຈຳນວນຫຼາຍ

ໃນຂະນະນັ້ນ, ຢູ່ນະຄອນໂຮ່ຈິມິນ, ຖະໜົນດອກໄມ້ ຫງວຽນເຫ້ວ ລະດູບານໃໝ່ປີຈໍ 2018 ຢູ່ນະຄອນໂຮ່ຈິມິນ ໄດ້ອັດລົງໃນວັນທີ 19 ກຸມພາ (ກົງກັບວັນທີ 4 ເດືອນຈ່ຽງໄລ່ຕາມຈັນທະປະຕິທິນ). ພາຍຫຼັງເຄື່ອນໄຫວເປັນເວລາ 7 ວັນ, ສະຖານທີ່ນີ້ໄດ້ດຶງດູດນັກທ່ອງທ່ຽວກວ່າ 1 ລ້ານເທື່ອຄົນ.

ຕອນຄ່ຳວັນທີ 19 ກຸມພາ, ຢູ່ເຂດປູຊະນີຍະສະຖານວັດທະນະທຳ - ທັດສະນີຍະພາບ ແລະເຂດທ່ອງທ່ຽວພູ ບ່າແດນ (ແຂວງໄຕນິງ) ໄດ້ດຳເນີນພິທີໄຂງານບຸນລະດູບານໃໝ່ພູ ບ່າແດນ ປີຈໍ 2018, ດ້ວຍຫົວຂໍ້ “ໄຕນິງ ລະດູບານໃໝ່ແຫ່ງຄວາມຫວັງ”. ກ່ອນໜ້ານັ້ນ 4 ວັນ, ຢູ່ເຂດພູ ບ່າແດນ ໄດ້ຕ້ອນຮັບຜູ້ໄປນະມັດສະການ, ຢ້ຽມຊົມ, ທ່ອງທ່ຽວເກືອບ 400.000 ເທື່ອຄົນ.

ແຫຼ່ງຄັດຈາກ vovworld.vn