ມື້ນັ້ນ, ທີມພວກຂ້າພະເຈົ້າຂຶ້ນພູ ພາທີ ເພື່ອລົງ ພູເລ, ຫ່າງຈາກ ພາທີ ປະມານ 12 ກິໂລແມັດ. ທີມຈັດຕັ້ງການເຄື່ອນທັບແຕ່ 6 ໂມງໄປຕາມຕີນພູພາທີ ລົງບ້ານໂຊກລ່າ, ແລ້ວເຂົ້າພູເລ. ການເຄື່ອນທັບຕາມແຜນການແມ່ນ 8 ວັນທັງການໄປ, ຢູ່ ແລະກັບ, ແຕ່ລະຄົນຕ້ອງເອົາເຄື່ອງໃຊ້ສ່ວນຕົວ, ທັນຍາຫານ ແລະສະບຽງອາຫານ, ອາວຸດປະມານ 22 ກິໂລກາມໄປນໍາ.

ມາຮອດເວລາ 17 ໂມງ 30 ນາທີ, ທີມເຄື່ອນທັບມາຮອດທີ່ຕັ້ງເຕົ້າໂຮມ. ຕອນຄໍ່າວັນນັ້ນ, ທີມເຕົ້າໂຮມພ້ອມກັບບັນດາຄະນະ, ຂະແໜງການຂອງເພື່ອນພ້ອມກັນພັກຜ່ອນຢູ່ແຄມແມ່ນໍ້າ ນໍ້າແອດ. ອາກາດຍາມກາງຄືນແຮງໜາວຈັດ, ທຸກຄົນເກືອບຄືວ່ານອນບໍ່ຫຼັບ, ຫຼາຍຄົນໄປເອົາຫຼົວຈູດຝີງໄຟໃຫ້ບັນເທົາຄວາມໜາມ. ຂ້າພະເຈົ້າໄດ້ລະດົມອ້າຍນ້ອງພະຍາຍາມອົດທົນ, ໃຊ້ຜ້າຫົ່ມ, ມຸ້ງ, ໃບຕອງແຫ້ງກັນໜາວ, ນອນເພື່ອເອົາແຮງໃຫ້ມື້ໜ້າຈະສືບຕໍ່ເດີນທາງໄປຊອກຫາອັດຖິ.

leftcenterrightdel
ພາບປະກອບ: ແມ້ງຕ໋ຽນ.

ຮຸ່ງເຊົ້າ, ຂ້າພະເຈົ້າໄດ້ປຸກອ້າຍນ້ອງຕື່ນນອນກະກຽມກິນເຂົ້າເຊົ້າ, ສອງໝູ່ທະຫານໄດ້ລາຍງານກັບຂ້າພະເຈົ້າວ່າ, ສະຫາຍ ກວນ ແລະແມ້ງ ເປັນເຈັບ. ສະຫາຍ ທາວ, ເສນາຮັກໄດ້ມາກວດສຸຂະພາບເລີຍ. ກວດແລ້ວໆ, ສະຫາຍ ທາວ ໄດ້ລາຍງານວ່າ: ສະຫາຍສອງຄົນຖືກໄຂ້ຍຸງ, ອາການຫາຍໃຈຍາກ, ໄຂ້ສູງ, ສະເໜີຫົວໜ້າທີມໃຫ້ຂ້າພະເຈົ້າສົ່ງສະຫາຍສອງຄົນກັບຄືນແນວຫຼັງແລ້ວເອົາລົດຂົນສົ່ງໄປ ຊໍາເນືອ ເພື່ອປິ່ນປົວສຸກເສີນ. ເບິ່ງຄືນໄລຍະທາງໄປ. ຂ້າພະເຈົ້າເຫັນວ່າຫຍຸ້ງຍາກຫຼາຍ, ຕາມປົກກະຕິໄປຕາມກ້ອນຫີນກໍ່ເຫັນຍາກແລ້ວ, ດຽວນີ້ຕ້ອງຫາມຄົນເຈັບອີກມັນຍິ່ງລຳບາກກວ່າ, ຕ້ອງໄປຄືແນວໃດ?.

ຄະນະບັນຊາການທີມໄດ້ຮຽກໂຮມປະຊຸມດ່ວນ. ຫຼາຍກໍລະນີໄດ້ຍົກອອກມາ. ສຸດທ້າຍໄດ້ຕົກລົງ. ທີໜຶ່ງ. ແມ່ນໄປດ້ວຍແພ, ຈະໃຫ້ສອງສະຫາຍລອຍນໍ້າເກັ່ງ, ອົດຄວາມໜາວໄດ້ເພື່ອພ້ອມກັບຂ້າພະເຈົ້າຍູ້ແພຂົນສົ່ງສະຫາຍໜຶ່ງປີ້ນກະແສແມ່ນໍ້າ ນໍ້າແອດ, ໄລຍະທາງຍາວປະທານ 5 ກິໂລແມັດ. ທີສອງແມ່ນ; ສະຫາຍ ເຈິ່ນຕ໋ຽນບິ່ງ, ຮອງຫົວໜ້າຈັດຕັ້ງໃຫ້ທີມເຄື່ອນທັບທາງບົກ ເພື່ອຂົນສົ່ງສະຫາຍຍັງເຫຼືອກັບເມືອບ້ານ. ບັນດາວິທີການຈັດຕັ້ງ, ປະຕິບັດໄດ້ຮັບການຕົກລົງ. ພວກຂ້າພະເຈົ້າເລີ່ມປະຕິບັດໂດຍໄວ.

ຂ້າພະເຈົ້າ, ວີວັນບ໋າງ, ເຈິ່ນວັນນາມ ຈະພາສະຫາຍ ເລວັນແມ້ງ ຂຶ້ນແພປີ້ນກະແສ່ ນໍ້າແອດ. ລົມພັດແຮງ, ຂ້າພະເຈົ້າພ້ອມກັບສະຫາຍ ບ່າງ, ສະຫາຍ ນາມ, ຜູ້ໜຶ່ງດຶງ, ສອງຄົນຍູ້ທັງສອງຂ້າງ, ຕອນລອຍນໍ້າ. ສະຫາຍ ແມ້ງ ນອນຢູ່ແພຫາຍໃຈຍາກ, ເປັນໄຂ້ແຮງຮ້ອງຕະໂກນຕອນຖືກສະຫຼົບໄປ.

ຍູ້ແພໄດ້ປະມານ 2 ກິໂລແມັດ, ຕອນນີ້, ສະຫາຍ ແມ້ງ ອາການເຈັບໜັກກວ່າ, ສຸຂະພາບພວກຂ້າພະເຈົ້າທັງ 3 ຄົນກໍ່ອ່ອນລົງຫຼາຍ. ຂ້າພະເຈົ້າພວມຮ້ອນໃຈບໍ່ຮູ້ວ່າຈະແກ້ໄຂເປັນຈັ່ງໃດ, ບັງເອີນກໍ່ເຫັນເຮືອລໍາໜຶ່ງຂອງຊາວທ້ອງຖິ່ນພວມລ່ອງເມືອບ້ານ. ຂ້າພະເຈົ້າບົ່ມມື, ຮ້ອງຜູ້ຂັບເຮືອ. ເຮືອລຳນີ້ກໍ່ມຸ່ງຫາພວກຂ້າພະເຈົ້າ, ຜູ້ຍິງລາວຄົນໜຶ່ງອອກສຽງ. “ມີວຽກຫຍັງບໍພວກອ້າຍທະຫານ. ພວກຂ້າພະເຈົ້າມີຄົນເປັນໄຂ້ຍຸງໜັກ, ຢາກອາໄສເອື້ອຍຂົນສົ່ງເມືອບ້ານໄດ້ບໍ“. “ໄດ້, ຂ້າພະເຈົ້າຈະຊ່ວຍໃຫ້“. ເອື້ອຍງຶກຫົວແລ້ວຍິ້ມ. ພວກຂ້າພະເຈົ້າຟ້າວຫາມສະຫາຍ ແມ້ງ ຂຶ້ນເຮືອ, ຫຼັງຈາກນັ້ນ, ພວກຂ້າພະເຈົ້າກໍ່ຂຶ້ນຝັ່ງກັບເມືອບ້ານ.

ຍາມແລງຈຶ່ງໄດ້ພົບກັນກັບທີມຂອງສະຫາຍ ບີ່ງ, ກິນເຂົ້າແລ້ວ, ພວກຂ້າພະເຈົ້າສືບຕໍ່ເດີນທາງ. ທາງໄປຕອນນີ້ກໍ່ສະດວກກວ່າ, ພວກຂ້າພະເຈົ້າຜູ້ຫາມ, ຜູ້ຊັກໄປ, ເພື່ອກັບຄືນກົມກອງຢ່າງທັນການ. ຮອດກາງຄືນຈຶ່ື່ງກັບມາຮອດ. ທ່ານໝໍ ທາວ ໄດ້ນໍາສະຫາຍ ແມ້ງ ແລະກວນໄປຊໍາເນືອເພື່ອປິ່ນປົວສຸກເສີນ.

15 ປີໄດ້ຜ່ານໄປແລ້ວແຕ່ເມື່ອຂ້າພະເຈົ້າມີໂອກາດພົບປະກັນ, ຜູ້ໃດກໍ່ຮູ້ສຶກເບີກບານໃຈເມື່ອຫວນຄືນເລື່ອງເກົ່າ. ບໍ່ຮູ້ວ່າດ້ວຍກຳລັງໃດພວກຂ້າພະເຈົ້າຈຶ່ງສາມາດອົດທົນໄດ້ດີຄືຈັ່ງຊັ້ນ. ຢູ່ເທິງຝັ່ງນຸ່ງເສື້ອກັນໜາວ, ຫົ່ມຜ້າໜາແຕ່ກໍ່ຍັງໜາວສັ່ນຢູ່. ແຕ່ວ່າເວລານັ້ນຕ້ອງຢູ່ໃຕ້ນໍ້າເປັນເວລາ 3-4 ຊົ່ວໂມງກໍ່ຍັງບໍ່ຮູ້ໄດ້ຄວາມໜາວ. ພຽງແຕ່ອະທິບາຍໄດ້ວ່ານັ້ນແມ່ນກຳລັງແຮງແຫ່ງນໍ້າໃຈເພື່ອສະຫາຍຮ່ວມກົມ ກອງ. ສ່ວນສະຫາຍ ແມ້ງ ແລະສະຫາຍ ກວນ ຈັບມືພວກຂ້າພະເຈົ້າແລ້ວວ່າ; “ໂຊກດີຫຼາຍທີ່ມີບັນດາອ້າຍນ້ອງຈຶ່ງກູ້ຊ່ວຍພວກຂ້າພະເຈົ້າ, ຖ້າຫາກວ່າປີນັ້ນຊ້າໜ້ອຍໜຶ່ງ, ພວກຂ້າພະເຈົ້າຈະບໍ່ມີຊີວິດເຖິງປັດຈຸບັນໄດ້ຢ່າງແນ່ນອນ...

 

ແປໂດຍ: ເກື່ອງດັ້ງ