ເສັ້ນທາງໄປແຕ່ໃຈກາງຕາແສງ ຈ່າເວີນ ເຂົ້າເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຂອງບ້ານ 2 ກິ່ວຊັນ, ທຸລະກັນດານ. ລົດ Zil 131 ໂດຍຮ້ອຍຕີທະຫານວິຊາການ ຫງວຽນແທງອານ ເປັນຜູ້ຂັບລົດ, ບໍ່ສາມາດໄປໄດ້ອີກ. ຕອນນີ້, ບັນດາສະມາຊິກໃນຄະນະປະຕິບັດງານນັບແຕ່ ທ່ານພົນຕີ ເຈີ່ນກວາງເຟືອງ, ກໍາມະການສູນກາງພັກ, ຫົວໜ້າການເມືອງທະຫານເຂດ 5, ຕະຫຼອດຮອດບັນດານັກຮົບຂອງກອງພັນໃຫຍ່ 143, ກອງພົນ 315 ສົ່ງໄປຊ່ວຍລ້ວນແລ້ວແຕ່ຈ້ອນຂາໂສ້ງຍ່າງລຸຍຕົມໄປ... ໄປຜ່ານບ້ານອົງຕ໋ວນ, ອົງວິງ... ຂ້າພະເຈົ້າໄດ້ເຫັນເຄື່ອງໃຊ້ຫຼາຍຢ່າງຄື, ໝໍ້ແຫກແຕກໂປະ, ເສື້ອໂສ້ງເກົ່າຖືກຂີ້ດິນຖົມ.

leftcenterrightdel

ທ່ານພົນຈັດຕະວາ ເລງອັກນາມ, ຫົວໜ້າການເມືອງທະຫານເຂດ 5 ມອບເຄື່ອງໃຊ້ໃນຊີວິດປະຈຳ ວັນໃຫ້ປະຊາຊົນບ້ານ 2, ຕາແສງ ຈ່າເວີນ, ເມືອງ ນາມຈ່າມີ, ແຂວງ ກວາງນາມ. ພາບ: ຟານຕ໋ຽນຢູງ.

ບັນດາເຮືອນຢູ່ເປີ້ນພູໄດ້ຮື້ມ້າງອອກ ເພື່ອເອົາໄປປຸກບ່ອນຢູ່ໃໝ່. ບັນດາຕູບຜ້າບັດທີ່ກອງບັນຊາການແຂວງກວາງນາມ ແລະກອງພົນ 315 ສ້າງຂຶ້ນເປັນບ່ອນຕັ້ງທັບ, ຮັບໃຊ້ໃນການຍົກຍ້າຍ ແລະສ້າງເຮືອນຊ່ວຍພໍ່ແມ່ປະຊາຊົນ.

ຕາມທາງໄປ, ອ້າຍ ໂຮ່ວັນຕວນ, ນາຍບ້ານ ອົງຕວນ, ແບ່ງປັນດ້ວຍນໍ້າສຽງສັ່ນໆວ່າ, ຕອນບ່າຍວັນທີ 6 ພະຈິກ, ດິນ, ຫີນຫຼາຍພັນແມັດກ້ອນຈາກບັນດາໜ່ວຍພູໄດ້ເຊາະເຈື່ອນລົງມາຖົມເຮືອນ 4 ຫຼັງ. ຫຼາຍມື້ລຽນກັນມານີ້ພໍ່ແມ່ປະຊາຊົນມີຄວາມຫວາດຫວັ່ນເສຍຂວັນ, ຕອນກາງຄືນບໍ່ມີໃຜກ້ານອນຍ້ອນຢ້ານພູເຊາະເຈື່ອນລົງມາ. ໂຊກດີທີ່ມີບັນດາອາວທະຫານມາຊ່ວຍໄດ້ທັນ, ຖ້າບໍ່ດັ່ງນັ້ນພໍ່ແມ່ປະຊາຊົນບໍ່ຮູ້ວ່າຊິໄປທາງໃດ.

leftcenterrightdel

ທ່ານພົນຕີ ເຈີ່ນກວາງເຟືອງ, ກໍາມະການສູນກາງພັກ, ຫົວໜ້າການເມືອງທະຫານເຂດ 5 ນໍາໜ້າຄະນະປະຕິບັດງານມາຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ປະຊາຊົນບ້ານ 2, ຕາແສງ ຈ່າເວີນ, ເມືອງ ນາມຈ່າມີ, ແຂວງ ກວາງນາມ. ພາບ: ຟານຕ໋ຽນຢູງ.

ໃກ້ຈະຮອດຕອນທ່ຽງ, ພວກຂ້າພະເຈົ້າຈື່ງມາຮອດຮ່ວມພູ ລຸງຈື, ຢູ່ທີ່ນີ້, ພະນັກງານ, ນັກຮົບບັນດາກົມກອງ, ກອງບັນຊາການແຂວງກວາງນາມ, ກອງພົນ 315 ເສື້ອໂສ້ງປຽກດ້ວຍນໍ້າເຫື່ອແຕ່ວ່າໃຜກໍ່ລ້ວນແຕ່ສຸມໃສ່ໜ້າທີ່ຊ່ວຍເຫຼືອປະຊາຊົນ.

ມີໜ້າແຕ່ວັນທີທໍາອິດຜູ້ບັນຊາການທະຫານຊ່ວຍເຫຼືອປະຊາຊົນ, ສະຫາຍພັນເອກ ເຈີ່ນມິງເຮືອງ, ຮອງຫົວໜ້າເສນາທິການກອງບັນຊາການທະຫານແຂວງກວາງນາມ, ເຂົ້າໃຈຄວາມທຸກຍາກທີ່ພໍ່ແມ່ປະຊາຊົນໄດ້ຜ່ານມາ. ອ້າຍເວົ້າວ່າ, ໃນຕະຫຼອດເວລາພູເຊາະເຈື່ອນມາຮອດປະຈຸບັນ, ກົມກອງໄດ້ຈັດສົ່ງພະນັກງານ, ນັກຮົບກວ່າ 400 ເທື່ອຄົນສົມທົບກັບກໍາລັງຂອງກອງພົນນ້ອຍທະຫານຊ່າງ 270 ຕັ້ງໜ້າໃກ້ຊິດຕິດແທດສະຖານທີ່ເກີດເຫດ, ປົດປ່ອຍໜ້າທາງ, ປຸກສ້າງເຮືອນຢູ່ຊົ່ວຄາວ 20 ຫຼັງ; ຂົນສົ່ງເຮືອນປະຊາຊົນ 100 ຫຼັງມາເຂດຕັ້ງຖິ່ນຖານຄືນໃໝ່.

ສະຫາຍພັນເອກ ດິງວັນມິງ, ຮອງຫົວໜ້າກອງພົນ 315, ໄດ້ແບ່ງບັນກັບພວກຂ້າພະເຈົ້າວ່າ: ຜູ້ບັນຊາການທະຫານເຂດໄດ້ຊີ້ນໍາວ່າ, ປຸກສ້າງເຮືອນຢ່າງຮີບດ່ວນ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຕ້ອນຮັບບຸນເຕັດປີຈໍ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າຕ້ອງແຂ່ງກັບເວລາ, ອອກເຫື່ອແຮງຜັນຂະຫຍາຍໂດຍໄວ, ພະຍາຍາມປຸກສ້າງເຮືອນໃຫ້ແລ້ວ 116 ຫຼັງ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຕ້ອນຮັບລະດູບານໃໝ່.

leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງ ກວາງນາມ ປະຊາຊົນບ້ານ 2, ຕາແສງ ຈ່າເວີນ, ເມືອງ ນາມຈ່າມີ, ແຂວງ ກວາງນາມ ຍົກຍ້າຍເຮືອນ. ພາບ: ຟານຕ໋ຽນຢູງ.

ເພື່ອແກ້ໄຂໄດ້ວຽກງານທີ່ມາກມາຍກ່າຍກອງນັ້ນ, ທະຫານບັນດາກົມກອງຂອງທະຫານເຂດ 5 ບໍ່ໄດ້ຫຼັບນອນມາເປັນເວລາຫຼາຍຄືນ. ນັກຮົບຫຼາຍຄົນກໍ່ເປັນໄຂ້, ຂຸມຕາຂຽວຊໍ້າແຕ່ວ່າຍັງໜຶ່ງມື້ໜຶ່ງຄືນປະຕິບັດໜ້າທີ່.

ທ່ານພັນເອກ ຮວີ່ງກວາງທິ້ງ, ຫົວໜ້າກອງຮ້ອຍ 2, ກອງພັນ 17, ກອງພົນ 315, ໄດ້ອົດຄວາມເຈັບກະເພາະ, ໃກ້ຊິດຕິດແທດສະຖານທີ່ເກີດເຫດຢູ່ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່, ສະຫາຍພັນເອກ ຈິ້ງກຽມເຍີນ, ກອງພັນເສນາຮັກ 24, ກອງພົນ 315, ໄດ້ແບ່ງປັນວ່າ: ຕອນກາງເວັນ, ພວກຂ້າພະເຈົ້າພ້ອມກັບເພື່ອນຮ່ວມກົມກອງຊ່ວຍເຫຼືອພໍ່ແມ່ປະຊາຊົນປຸກສ້າງເຮືອນໃໝ່, ຕອນຄໍ່າກໍ່ໄປກວດພະຍາດໃຫ້ປະຊາຊົນຢູ່ຕາມແຕ່ລະຫຼັງຄາເຮືອນ. ເຖິງວ່າດິນຟ້າອາກາດບໍ່ສະດວກແຕ່ພວກຂ້າພະເຈົ້າຍາມໃດກໍ່ຍົກສູງຄວາມຕັດສິນໃຈ, ເສີມຂະຫຍາຍນໍ້າໃຈເປັນເຈົ້າການ, ເຮັດຢ່າງຮີບດ່ວນ, ມີປະສິດທິຜົນ, ພະຍາຍາມປະຕິບັດສໍາເລັດກ່ອນປີໃໝ່ປະຈໍາຊາດ.

ຂອບໃຈຢ່າງສຸດຊື້ງຕໍ່ນ້ຳໃຈຂອງພະນັກງານ, ນັກຮົບທະຫານເຂດ 5, ທ່ານ ໂຮ່ວັນວ່າງ (ອາຍຸ 70 ປີ) ເບິ່ງເຮືອນທີ່ກໍາລັງປຸກສ້າງເປັນຮູບເປັນຮ່າງຢູ່ພື້ນດິນໃໝ່. ທ່ານເວົ້າດ້ວຍຄວາມສະເທືອນໃຈວ່າ, ປະຊາຊົນ ກາຢອງ ຂອບໃຈທະຫານລຸງໂຮ່ຫຼາຍໆ. ຫວ່າງບໍ່ດົນມານີ້, ບັນດາເຮືອນປະຊາຊົນຍັງເກິ່ງເດິ່ງຢູ່ໜ້າຜາບ້ານເກົ່າ, ແຕ່ວ່າດຽວນີ້ໄດ້ນໍາມາຕັ້ງຢູ່ເຂດຕັ້ງຖິ່ນຖານຄືນໃໝ່. ປີນີ້, ພໍ່ແມ່ປະຊາຊົນຕ້ອນຮັບລະດູບານໃໝ່, ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນຫາກບໍ່ແມ່ນມີຄວາມເປັນຫ່ວງຍ້ອນພູເຊາະເຈື່ອນ, ເຮືອນພັງລົງອີກແລ້ວ...

 

ແປໂດຍ: ເກື່ອງດັ້ງ