ໂຄງການໄດ້ຮັບເງິນ 4,1 ລ້ານປອນ ເຊິ່ງແມ່ນບ້ວງເງິນຊ່ວຍເຫຼືອລ້າ (ODA) ຈາກອົງການອາວະກາດອັງກິດ ແລະສ່ວນຍັງເຫຼືອແມ່ນການປະກອບສ່ວນຂອງບັນດາຝ່າຍເຂົ້າຮ່ວມ. ບໍລິສັດ HR Wallingford ຂອງອັງກິດ ຈະພ້ອມກັບບັນດາຄູ່ຮ່ວມມືຫວຽດນາມ ພັດທະນາເຄື່ອງມືກ່າວເຕືອນຄວາມສາມາດເກີດໂລກພະຍາດໄຂ້ເລືອດອອກໂດຍໄວ, ຊ່ວຍບັນດາອົງການການແພດປະຊາຄົມ ລະດົມ ແລະຈັດແບ່ງແຫຼ່ງກໍາລັງຢູ່ບັນດາສະຖານທີ່ມີຄວາມຈໍາເປັນ.

leftcenterrightdel
ໂລກພະຍາດໄຂ້ເລືອດອອກ ອາດສາມາດຄາດຄະເນໂດຍໄວ ຍ້ອນມີເຄື່ອງມືວິເຄາະບັນດາໄພອັນຕະລາຍ ເຊິ່ງອົງການອາວະກາດອັງກິດ ອຸປະຖໍາໃຫ້ຫວຽດນາມ. ພາບປະກອບຈາກ plo.vn

ໂຄງການກໍ່ຈະໜູນຊ່ວຍການຄາດຄະເນໂລກພະຍາດໄຂ້ເລືອດອອກ ດ້ວຍບັນດາແຜນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ແຕກຕ່າງກັນ. ລະບົບຈະເຊື່ອມຕໍ່ຂໍ້ມູນກັບບັນດາຮູບແບບຄາດຄະເນໜ້າໜ່ວຍໂລກ ແລະດິນຟ້າອາກາດເພື່ອຄາດຄະເນຜົນກະທົບຈາກບັນດາປັດໄຈ ຄື: ແຫຼ່ງຊັບພະຍາກອນນໍ້າທີ່ມີຢູ່ແລ້ວ, ສະພາບການນໍາໃຊ້ທີ່ດິນ ແລະດິນຟ້າອາກາດ, ຄວາມສາມາດເກີດໂລກພະຍາດໄຂ້ເລືອດອອກໃນອານາຄົດ. ລະບົບກ່າວເຕືອນໂລກພະຍາດໄຂ້ເລືອດອອກ ລວມມີຮູບແບບຕີລາຄາຊັບພະຍາກອນນໍ້າ, ຈາກນັ້ນນໍາມາເຊິ່ງຜົນປະໂຫຍດເພີ່ມເຕີມ ແມ່ນປັບປຸງວຽກງານຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າ ຈາກບັນດາເຂດແມ່ນໍ້າຂ້າມຊາຍແດນໄຫຼຜ່ານຫວຽດນາມ.

ແປໂດຍ: ທູຈາງ