ໃນໄລຍະຜ່ານມາ, ຖະໜົນປຶ້ມນະຄອນ ໂຮ່ຈິມິນ ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການວັດທະນະທໍາດ້ານຈິດໃຈຂອງປະຊາຊົນນະຄອນ, ບໍ່ພຽງແຕ່ປະກອບສ່ວນສ້າງ “ຕົວເມືອງຮໍ່າຮຽນ” ເທົ່ານັ້ນ, ຫາກຍັງປະກອບສ່ວນຍົກລະດັບຄວາມຮູ້ຂອງປະຊາຊົນໃຫ້ສູງຂຶ້ນ, ສ້າງກຳລັງໜູນໃນການພັດທະນາເສດຖະກິດ, ສັງຄົມໃຫ້ມີຄຸນຄ່າວັດທະນະທໍາດ້ານຈິດໃຈຕາມວິທີສະເພາະ, ເອກະລັກສະເພາະສະແດງຄວາມສີວິໄລ, ຂະຫຍັນຂັນເຄື່ອນ, ທັນສະໄໝ ແລະການເຊື່ອມໂຍງຂອງນະຄອນ.

leftcenterrightdel
ຜູ້ອ່ານຢ້ຽມຊົມຢູ່ຖະໜົນປຶ້ມນະຄອນ ໂຮ່ຈິມິນ. ພາບ: ຮຸ່ງຄວາ

ປະຈຸບັນນີ້, ຖະໜົນປຶ້ມມີຮ້ານຂາຍປື້ມເກືອບ 20 ຮ້ານຂອງ 14 ຫົວໜ່ວຍດໍາເນີນທຸລະກິດພິມຈຳໜ່າຍ, ຈໍາໜ່າຍປຶ້ມ ແລະຜະລິດຕະພັນວັດທະນະທຳ. ໃນ 2 ປີຜ່ານມາ, ມີຜູ້ອ່ານມາຢ້ຽມຊົມ, ຊື້ປຶ້ມເກືອບ 4 ລ້ານເທື່ອຄົນ. ພ້ອມກັນນັ້ນ, ທີ່ຖະໜົນປຶ້ມມີກວ່າ 260 ເຫດການແນະນໍາປຶ້ມໃໝ່, ພົບປະແລກປ່ຽນກັບຜູ້ຂຽນ, ເກືອບ 30 ການເຄື່ອນໄຫວຫົວເລື່ອງສະເພາະຕິດພັນກັບວັນສະເຫຼີມສະຫຼອງໃຫຍ່, ກວ່າ 30 ງານວາງສະແດງແນະນຳປຶ້ມ, ຮູບພາບ...

 

ແປໂດຍ: ຈາງຫງວຽນ