ນັກດົນຕີ ໂດ້ເລີບ (ເມືອງ ວິຖຸຍ, ແຂວງ ເຮົ້າຢາງ) ໄດ້ມອບປຶ້ມຕົ້ນສະບັບ 12 ຫົວ, ໃນນັ້ນເກັບກໍາ 100.000 ລາຍເຊັນ  ແລະລົດຈັກທີ່ຮ່ວມເດີນທາງພ້ອມກັບທ່ານໄປຂໍລາຍເຊັນປະຊາຊົນຢູ່ທຸກແຖບຖິ່ນຂອງປະເທດຊາດທີ່ສະແດງຄວາມຮັກແພງ, ອະທິປະໄຕເຂດທະເລ ໝູ່ເກາະ.

leftcenterrightdel
             ນັກດົນຕີ ໂດ້ເລີບ ມອບບັນດາປຶ້ມເກັບກໍາລາຍເຊັນ. ພາບ: ລີງດານ


ທ່ານ ແກວງວັນດິກ (ເມືອງ ລອງບຽນ, ຮ່າໂນ້ຍ) ມອບໃຫ້ຄູ່ສະໝໍ ເຊິ່ງໄດ້ເອົາຂຶ້ນຈາກພື້ນແມ່ນໍ້າແດງ. ນອກຈາກນັ້ນຍັງມີບັນດາວັດຖຸພັນຄື: ພາບຄວັດສະຫຼັກຍົມມະລາດສິບໜ້າ 12 ແຜ່ນໃນສະຕະວັດທີ XIX ຂອງທ່ານ ຫງວຽນຫາຍຈ່ຽວ (ສະມາຄົມຮຽບຮຽງຄົ້ນຄວ້າເຄື່ອງປັ້ນດິນເຜົາ ແລະວັດຖຸບູຮານ ຖັງລອງ-ຮ່າໂນ້ຍ); ວັດຖຸບູຮານ 83 ຢ່າງຂອງທ່ານ ຫງວຽນແທງນາມ... ບັນດາເອກະສານ, ວັດຖຸພັນດັ່ງກ່າວຖືກຮັກສາໄວ້ຢູ່ຫໍພິພິທະພັນ ຮ່າໂນ້ຍ ເພື່ອຮັບໃຊ້ເບັນດາງານວາງສະແດງຫົວເລື່ອງສະເພາະ.

 

ແປໂດຍ: ຫງວຽນກຸກ