ລາຍການເພື່ອແນໃສ່ແນະນໍາບັນດາພິທີການ, ງານບຸນ, ຮີດຄອງປະເພນີເພື່ອຊ່ວຍນັກທ່ອງທ່ຽວມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທໍາ, ບັນດາການເຄື່ອນໄຫວທີ່ເປັນມູນເຊື້ອເພື່ອຂໍ່ານັບຮັບຕ້ອນບຸນເຕັດຂອງບັນດາເຜົ່າ; ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍການໂຄສະນາເຜີຍແຜ່ບັນດາຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງຊາດ; ເພີ່ມທະວີການພົບປະແລກປ່ຽນ, ຄວາມສາມັກຄີ, ສະໜິດຕິດພັນ, ໜູນຊ່ວຍຮ່ວມກັນພັດທະນາໃນໂອກາດຕົ້ນປີໃໝ່ 2018.

leftcenterrightdel
 

leftcenterrightdel
ລາຍການຕ້ອນຮັບບຸນເຕັດປີລະກາ 2017 ຂອງປະຊາຊົນບັນດາເຜົ່າຢູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ. ພາບ: ແຄ໋ງຮ່ວຽນ

ລາຍການປະກອບມີບັນດາການເຄື່ອນໄຫວຄື: “ລະດູບານໃໝ່ຢູ່ໃນບ້ານນ້ອງ”, “ວັນບານໃໝ່ກ້ອງກັງວານຄໍາຮ້ອງແທນ”. ພິເສດແມ່ນເມື່ອເຂົ້າຮ່ວມລາຍການ, ນັກທ່ອງທ່ຽວຈະໄດ້ “ດື່ມນ້ຳຊາທີ່ເປັນມູນເຊື້ອໃນຍາມລະດູບານໃໝ່”.

ນອກຈາກນັ້ນຍັງມີບັນດາການເຄື່ອນໄຫວປະດັບປະດາຂໍ່ານັບຮັບຕ້ອນບຸນເຕັດຢູ່ບັນດາໝູ່ບ້ານຊົນເຜົ່າຕາມປະເພນີບຸນເຕັດຂອງຊົນເຜົ່າຕົນ...

ລາຍການ “ສີສັນເຂດພູສູງ” ຈະແນະນຳວັດທະນະທໍາ, ອາຫານການກິນຂອງປະຊາຊົນບັນດາເຜົ່າຢູ່ນະຄອນ ຮ່າໂນ້ຍ, ສ້າງຄວາມຈັບອົກຈັບໃຈໃຫ້ແກ່ນັກທ່ອງທ່ຽວ.

ແປໂດຍ: ຈາງຫງວຽນ