leftcenterrightdel
ທ່ານ ຕົນຊິງແທ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອິນເດຍ ແລະທ່ານນາງ Sujata Prasad ຜູ້ຊ່ວຍວຽກລັດຖະມົນຕີກະຊວງວັດທະນະທໍາອິນເດຍ ຕັດແຖບຜ້າເປີດນຳໃຊ້ຫ້ອງປຶ້ມ. ພາບ: Vietnamplus.vn

ນີ້ແມ່ນຫ້ອງປຶ້ມທໍາອິດຂອງຫວຽດນາມ ຢູ່ New Delhi ນັບແຕ່ກ່ອນມາຮອດປະຈຸບັນ. ຫ້ອງປຶ້ມຫວຽດນາມ-ໂຮ່ຈິມິນໄດ້ຈັດໃສ່ຢູ່ໃນຫໍສະໝຸດຄະນະເລຂາສູນກາງຢ່າງສະຫງ່າຜ່າເຜີຍ. ຫ້ອງປຶ້ມປະກອບມີປຶ້ມເປັນພາສາອັງກິດເກືອບ 1.000 ຫົວໃນຫຼາຍຂົງເຂດຂອງຫວຽດນາມ, ນັບແຕ່ຂົງເຂດປະຫວັດສາດ, ວັດທະນະທໍາ, ມະນຸດ, ສາສະໜາ ແລະມໍລະດົກຕະຫຼອດຮອດນະໂຍບາຍດ້ານການເມືອງ, ເສດຖະກິດ-ສັງຄົມ, ການພັດທະນາ ແລະບັນດາຜົນງານຂອງຫວຽດນາມ, ການພົວພັນຫວຽດນາມ-ອິນເດຍ.


ແປໂດຍ: ຈາງຫງວຽນ