ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ເຈີ່ນວັນຮ່າ, ຜູ້ອໍານວຍການຫໍສະໝຸດ ຮ່າໂນ້ຍ ຢືນຢັນວ່າ, ງານວາງສະແດງແມ່ນໂອກາດເພື່ອໃຫ້ຊາວນະຄອນຫຼວງ ຮ່າໂນ້ຍ ແຕ່ລະຄົນເວົ້າສະເພາະ ແລະຊາວຫວຽດນາມ ເວົ້າລວມມີຄວາມເອກອ້າງທະນົງໃຈຕໍ່ບັນດາວິລະກຳອັນພິລະອາດຫານ,​ ມູນເຊື້ອຮັກຊາດ, ຄວາມສາມັກຄີ, ​ເຈດຈໍານົງອົງອາດກ້າແກ່ນ,​ ບໍ່ຍອມຈຳນົນຂອງຊາດ; ຄວາມເອກອ້າງທະນົງໃຈຕໍ່ພັກທີ່ມີກຽດສະຫງ່າຕໍ່ແນວທາງທີ່ຖືກຕ້ອງ, ​ມີຫົວຄິດປະດິດສ້າງໄດ້ຊີ້ນໍາ, ນໍາພາການປະຕິວັດຫວຽດນາມ ແຕ່ໄຊຊະນະນີ້ໄປໄຊຊະນະອື່ນ.

 

leftcenterrightdel
ເພື່ອນຜູ້ອ່ານຈໍານວນຫຼວງຫຼາຍຢ້ຽມຊົມງານວາງສະແດງ. ພາບ: ທ. ມິງ

ນີ້ກໍ່ແມ່ນໂອກາດເພື່ອສຶກສາມູນເຊື້ອການປະຕິວັດ,​ ນໍ້າໃຈຮັກບ້ານເກີດເມືອງນອນ, ຮັກຊາດໃຫ້ແກ່ຊາວຫວຽດນາມ ແຕ່ລະຄົນ, ພິເສດແມ່ນຄົນຮຸ່ນໜຸ່ມ, ສ້າງກໍາລັງໜູນໃຫ້ແກ່ຄົນຮຸ່ນໜຸ່ມສ້າງຜົນງານ, ຂຽນຕໍ່ໜ້າປະຫວັດສາດໃໝ່ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ງານວາງສະແດງແນະນຳເອກະສານ, ໜັງສືພິມນັບຫຼາຍຮ້ອຍສະບັບ, ​ພິເສດແມ່ນບັນດາບົດໜັງສືພິມສ່ອງແສງໃຫ້ເຫັນການສູ້ຮົບທຸກຍາກລໍາບາກ,​ ສະຫງ່າອົງອາດຂອງທະຫານ ແລະປະຊາຊົນຊາວນະຄອນຫຼວງ, ເຊິ່ງລວມມີເນື້ອໃນຕ່າງໆຄື: ການຕໍ່ສູ້ຕ້ານຈັກກະພັດອາເມລິກາ ຂອງປະເທດ ຫວຽດນາມ-ບັນດາເຫດການທີ່ພົ້ນເດັ່ນເຊັ່ນ; ໄຊຊະນະ ຮ່າໂນ້ຍ-ດ້ຽນບຽນຝູ ທາງອາກາດ; ຮ່າໂນ້ຍ-ນະຄອນຫຼວງອະລິຍະທໍາ ແລະວິລະຊົນ.

ໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູ ທາງອາກາດ” ເດືອນທັນວາ 1972 ແມ່ນໄຊຊະນະທີ່ຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຕ້ານສັດຕູຕ່າງດ້າວຂອງຊາດ. ໃນເວລາ 12​ ວັນ ແລະຄ່ຳຄືນສູ້ຮົບຢ່າງພິລະອາດຫານ, ​ອົງອາດກ້າແກ່ນ, ສະຫຼາດສະຫຼຽວ, ​ມີຫົວຄິດປະດິດສ້າງ, ທະຫານ ແລະປະຊາຊົນຫວຽດນາມໄດ້ຕີເອົາຊະນະການບຸກໂຈມຕີຍຸດທະສາດທາງອາກາດຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນ, ດ້ວຍເຮືອບິນ B-52 ຂອງ ອາເມລິກາ, ສ້າງເປັນໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູ ທາງອາກາດ” ທີ່ດັງກ້ອງກັງວານ, ຍິງເຮືອບິນຕົກ 81 ລໍາ, ໃນນັ້ນມີເຮືອບິນ B-52 ແມ່ນ 34 ລໍາ,​ ດັບສູນ ແລະຈັບຕົວນັກບິນນັບຫຼາຍຮ້ອຍຄົນ. ພາຍຫຼັງການປະລາໄຊນີ້, ການນໍາ ອາເມລິກາ ຕ້ອງອອກຖະແຫຼງການຢຸດຕິການຖີ້ມລະເບີດແຕ່ເສັ້ນຂະໜານ 20 ອອກມາ ແລະຍອມກັບມາໂຕະເຈລະຈາ. ວັນທີ 27 ມັງກອນ 1973, ສັນຍາ Paris ກ່ຽວກັບ “ຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ ຫວຽດນາມ” ໄດ້ຮັບການລົງນາມ, ອາເມລິກາ ຕ້ອງຖອນກອງທັບອອກຈາກພາກໃຕ້ ຫວຽດນາມ.

 

ແປໂດຍ: ເກື່ອງດັ້ງ