ນີ້ແມ່ນລາຍການສະແດງສິລະປະໄດ້ຮັບການຈັດຕັ້ງເນື່ອງໃນໂອກາດບຸນປີໃໝ່ວຽນມາ, ເພື່ອແນໃສ່ສ້າງກອງທຶນມອບຂອງຂວັນບຸນປີໃໝ່ໃຫ້ແກ່ບັນດາຄອບຄົວນະໂຍບາຍ, ພະນັກງານ, ນັກຮົບທີ່ກໍາລັງປະຕິບັດໜ້າທີ່ຢູ່ບັນດາໝູ່ເກາະ ແລະຮ້ານເວນຍາມ, ມອບທຶນສຶກສາໃຫ້ແກ່ນັກຮຽນທີ່ເປັນລູກຂອງທະຫານເຮືອ ແລະຊາວປະມົງປະສົບກັບຄວາມຫຍຸ້ງຍາກ.

leftcenterrightdel
 ລາຍການສະແດງສິລະປະ “ລະດູບານໃໝ່ຢູ່ເຂດເກາະທີ່ຫ່າງໄກ-ຄັ້ງທີ III”. ພາບ: vtv.vn

ກ່າວຄໍາເຫັນທີ່ລາຍການດັ່ງກ່າວ, ທ່ານນາງ ດັ້ງທິຫງອກທິ້ງ ຮອງປະທານປະເທດຫວຽດນາມ ຢືນຢັນວ່າບັນດາການເຄື່ອນໄຫວມຸ່ງໄປເຖິງທະເລໝູ່ເກາະຂອງບ້ານເກີດເມືອງນອນ, ແມ່ນສະຫງວນທຸກສິ່ງທຸກຢ່າງດີທີ່ສຸດ ໃຫ້ແກ່ທະເລໝູ່ເກາະຂອງບ້ານເກີດເມືອງນອນ, ນໍາລະດູບານໃໝ່, ຄວາມມ່ວນຊື່ນມາໃຫ້ເຂດເກາະທີ່ຫ່າງໄກ. ນັ້ນແມ່ນບັນດາການກະທໍາທີ່ມີຄວາມໝາຍທີ່ສຸດ. ບັນດາການເຄື່ອນໄຫວນີ້ໄດ້ປະກອບສ່ວນພ້ອມກັບພັກ ແລະລັດເບິ່ງແຍງດູແລໃຫ້ແກ່ບັນດານັກຮົບ,  ຊາວປະມົງເຄື່ອນໄຫວໃກ້ຊິດຕິດແທດກັບທະເລ, ໝູ່ເກາະ, ປະກອບສ່ວນກໍ່ສ້າງ ແລະປົກປັກຮັກສາທະເລໝູ່ເກາະຂອງບ້ານເກີດເມືອງນອນ.

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ຮັບເງິນບໍລິຈາກຈໍານວນ 15 ກວ່າຕື້ດົ່ງຈາກບັນດາສ່ວນບຸກຄົນ ແລະໝູ່ຄະນະທີ່ຝາກເຖິງປະຊາຊົນ, ພະນັກງານ ແລະນັກຮົບທີ່ກໍາລັງປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ.

 

ແປໂດຍ: ທູຈາງ