ສະຖານທູດ ຫວຽດນາມ ປະຈໍາ ອາເມລິກາ ຫາກໍ່ສົມທົບກັບສູນການຄ້າສາກົນ ແລະຕຶກອາຄານ Ronald Reagan ຈັດຕັ້ງງານວາງສະແດງສະຖານທູດສາກົນຍາມລະດູໜາວ (Winternational Embassy Showcase) ຄັ້ງທີ 6. ນີ້ແມ່ນໜຶ່ງໃນບັນດາເຫດການໂຄສະນາວັດທະນະທໍາສາກົນປະຈໍາປີຢູ່ນະຄອນຫຼວງ ວໍຊິງຕັນ ດີ.ຊີ, ດຶງດູດການເຂົ້າຮ່ວມຂອງບັນດາອົງການຕາງໜ້າການທູດ. ແຂກທ່ອງທ່ຽວ ແລະວົງການສື່ມວນຊົນ. ງານວາງສະແດງປີນີ້ມີການເຂົ້າຮ່ວມຂອງ 39 ອົງການຕາງໜ້າການທູດປະຈໍານະຄອນຫຼວງ ວໍຊິງຕັນ.

leftcenterrightdel
 

leftcenterrightdel
                        ຮ້ານວາງສະແດງຂອງຫວຽດນາມVOV.VN 

ເຂົ້າຮ່ວມງານວາງສະແດງ, ສະຖານທູດຫວຽດນາມ ປະຈໍາ ອາເມລິກາ ໄດ້ແນະນໍາບັນດາຜະລິດຕະພັນຫັດຖະກໍາໂດຍບັນດານັກສິລະປະການພາຍໃນປະເທດຜະລິດ ຄື: ຜ້າບ່ຽງແພໄໝ, ພາບສີຂັດມັນ, ຖ້ວຍຈານດິນເຜົາເຄືອບ... ແລະເຊີນແຂກຢ້ຽມຊົມຮັບປະທານອາຫານຂອງຫວຽດນາມ. ເນື່ອງໃນໂອກາດນີ້, ສະຖານທູດ ກໍ່ໄດ້ວາງສະແດງຮູບແຕ້ມ, ຮູບຖ່າຍກ່ຽວກັບສາຍພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ.

ຕອບສໍາພາດສື່ມວນຊົນທີ່ງານວາງສະແດງ, ທ່ານ ຟ້າມກວາງວີງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ອາເມລິກາ ໄດ້ແນະນໍາກ່ຽວກັບປະເທດຊາດ, ປະຊາຊົນ ແລະບັນດາຈຸດສວຍງາມດ້ານວັດທະນະທໍາ, ການທ່ອງທ່ຽວ ແລະປະຫວັດສາດຂອງຫວຽດນາມ, ຢັ້ງຢືນວ່າ ງານວາງສະແດງເປັນເຫດການວັດທະນະທໍາທີ່ມີຄວາມໝາຍທີ່ສຸດ, ສ້າງກາລະໂອກາດໃຫ້ບັນດາອົງການການທູດຢູ່ນະຄອນຫຼວງ ວໍຊິງຕັນ ພົບປະແລກປ່ຽນ, ໂຄສະນາກ່ຽວກັບປະເທດຊາດຂອງຕົນ. ນີ້ກໍ່ແມ່ນໂອກາດ ເພື່ອເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງປະຊາຊົນ ອາເມລິກາ ກັບບັນດາປະເທດໃນໂລກ, ໃນນັ້ນມີຫວຽດນາມ.


ແປໂດຍ: ຫງວຽນກຸກ