ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ-ສ.ເກົາຫຼີ (22/12/1992 - 22/12/2017), ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ, ສະຖານທູດຫວຽດນາມ ປະຈໍາ ສ.ເກົາຫຼີ ສົມທົບກັບກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ສ.ເກົາຫຼີ, ກະຊວງການຕ່າງປະເທດສ.ເກົາຫຼີ ໄດ້ຈັດຕັ້ງງານບຸນທ່ອງທ່ຽວ-ວັດທະນະທໍາ ຫວຽດນາມ ຢູ່ ສ.ເກົາຫຼີ.

ໃນຂອບເຂດງານບຸນ, ກົມໃຫຍ່ທ່ອງທ່ຽວຈະໂຄສະນາ, ແນະນໍາການທ່ອງທ່ຽວ ຫວຽດນາມ ເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະພັດທະນາການທ່ອງທ່ຽວລະຫວ່າງສອງປະເທດກວ່າອີກ. ລາຍການຄາດຄະເນວ່າຈະດຶງດູດຜູ້ແທນທີ່ຕາງໜ້າໃຫ້ບັນດາວິສາຫະກິດດໍາເນີນທຸລະກິດການທ່ອງທ່ຽວທີ່ສົ່ງແຂກມາ ຫວຽດນາມ, ບັນດາອົງການສື່ມວນຊົນຂອງ ສ.ເກົາຫຼີ 100 ທ່ານເຂົ້າຮ່ວມ. ໃນລາຍການນີ້, ກົມໃຫຍ່ທ່ອງທ່ຽວຫວຽດນາມ ຈະແນະນໍາຄວາມສາມາດບົ່ມຊ້ອນ, ຍຸດທະສາດການທ່ອງທ່ຽວຂອງ ຫວຽດນາມ, ແບ່ງປັນບົດຮຽນ. ໂຄສະນາບັນດາຜະລິດຕະພັນທ່ອງທ່ຽວໃໝ່ຂອງ ຫວຽດນາມ..

leftcenterrightdel
                                   ພາບປະກອບຈາກ: vietnamtourism.gov.vn

ກົມໃຫຍ່ທ່ອງທ່ຽວ ສ.ເກົາຫຼີ ປະຈໍາ ຫວຽດນາມ (KTO) ກໍ່ໃຫ້ຮູ້ວ່າ: ປີ 2017 ແມ່ນປີທີ່ເປັນຂີດໝາຍ 25 ປີແຫ່ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະສ.ເກົາຫຼີ ຢ່າງເປັນທາງການ. ປີ 2017 ກໍ່ໄດ້ຮັບຖືວ່າແມ່ນປີປະສົບຜົນສໍາເລັດຂອງຕະຫຼາດ ຫວຽດນາມ ສໍາລັບການທ່ອງທ່ຽວ ສ.ເກົາຫຼີ. ດ້ວຍລະດັບເຕີບໂຕຢ່າງວ່ອງໄວ ແລະອັດຕາເຕີບໂຕສູງນັ້ນ, ຫວຽດນາມ ໄດ້ບືນຕົວຂື້ນອັນດັບທີ 8 ໃນບັນດາຕະຫຼາດມີແຂກມາທ່ອງທ່ຽວ ສ.ເກົາຫຼີ, ເພີ່ມ 2 ຂັ້ນເມື່ອທຽບໃສ່ປີ 2016. 

ສ່ວນ ຫວຽດນາມ ກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ມີຄວາມນິຍົມຊົມຊອບຂອງ ຊາວ ສ.ເກົາຫຼີ. ຈໍານວນແຂກທ່ອງທ່ຽວ ສ.ເກົາຫຼີ ມາ ຫວຽດນາມ ຢືນຢູ່ອັນດັບທີສອງໃນຍອດຈໍານວນແຂກທ່ອງທ່ຽວຕ່າງປະເທດມາ ຫວຽດນາມ. ທ່ານຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຮ່າວັນຊຽວ ຖືວ່າ: ໃນຊຸມປີຜ່ານມາ, ການຮ່ວມມືດ້ານທ່ອງທ່ຽວລະຫວ່າງ ຫວຽດນາມ ແລະສ.ເກົາຫຼີ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

 ໃນໄລຍະຈະມາເຖິງ, ດ້ວຍສາຍພົວພັນຮ່ວມມື, ການເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດຈະປະກອບສ່ວນນໍາການຮ່ວມມືດ້ານທ່ອງທ່ຽວສອງປະເທດຂື້ນສູ່ບາດກ້າວພັດທະນາໃໝ່, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຫວຽດນາມ-ສ.ເກົາຫຼີ.


ແປໂດຍ: ຫງວຽນກຸກ