ຕອນຄ່ຳວັນທີ 2 ທັນວາ, ທີ່ໂຮງລະຄອນກອງທັບພາກໃຕ້ໄດ້ດຳເນີນລາຍການສະແດງດົນຕີດ້ວຍຫົວຂໍ້ວ່າ “ຂຽວບໍລິສຸດ” ຂອງນັກປະພັນດົນຕີ ຫງວຽນຮົ່ງເຊີນ, ໂດຍສະມາຄົມນັກປະພັນດົນຕີຫວຽດນາມ ຈັດຕັ້ງເພື່ອສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22-12-1944 / 22-12-2017), ສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” ແລະສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະມາຄົມນັກປະພັນດົນຕີ ຫວຽດນາມ; ພ້ອມທັງສ້າງກອງທຶນຊື້ອຸປະກອນການແພດສະໜັບສະໜູນເມືອງເກາະ ເຈື່ອງຊາ (ແຂວງ  ແຄ໋ງຮ່ວາ). ທ່ານພົນໂທ ຫງວຽນຈ້ອງເຫງຍ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ.

leftcenterrightdel
 ນັກປະພັນດົນຕີ ຫງວຽນຮົ່ງເຊີນ ກັບເດັກນ້ອຍຢູ່ ເຈື່ອງຊາ. ພາບ: ແອງກວນ

ລາຍການສະແດງດົນຕີໄດ້ດໍາເນີນຫຼາຍລາຍການ, ແມ່ນເລື່ອງລາວກ່ຽວກັບຊີວິດ, ພາລະກິດ, ຄວາມເມົາມົວກັບດົນຕີ, ຄວາມຮັກຕໍ່ອາຊີບການແພດ, ຕໍ່ບັນດາເພື່ອນສະຫາຍ, ເພື່ອນຮ່ວມກົມກອງ, ບ້ານເກີດເມືອງນອນ, ປະເທດຊາດ ແລະພິເສດແມ່ນສຳລັບເຈື່ອງຊາ ຂອງທ່ານພົນຈັດຕະວາ, ຮສຈ, ປອ, ທ່ານໝໍ ຫງວຽນຮົ່ງເຊີນ, ຜູ້ອຳນວຍການໂຮງໝໍເສນາຮັກ 175 (ກະຊວງປ້ອງກັນປະເທດ).

ໃນລາຍການສະແດງດົນຕີ, ບັນດານັກອຸປະຖຳໄດ້ເຂົ້າຮ່ວມ ແລະບໍລິຈາກເງິນກວ່າ 500 ລ້ານດົ່ງເພື່ອສ້າງກອງທຶນຊື້ອຸປະກອນການແພດມອບໃຫ້ເມືອງເກາະ ເຈື່ອງຊາ. ພາຍຫຼັງຄ່ຳຄືນສະແດງດົນຕີທຳອິດ, ຄາດຄະເນວ່າລາຍການ “ຂຽວບໍລິສຸດ” ຂອງນັກປະພັນດົນຕີ ຫງວຽນຮົ່ງເຊີນ” ຈະຖືກຈັດຕັ້ງທີ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ໃນວັນທີ 10 ທັນວາ 2017.


ແປໂດຍ: ຮຸຍດົງ