ນັກຂ່າວ: ງານປະກວດນາງງາມສັນຕິພາບໂລກ ( Miss Grand International) 2017 ໄດ້ດໍາເນີນຢູ່ຟຸກວກ, ແຂວງກຽນຢາງ. ເອື້ອຍມີຄວາມຮູ້ສຶກແນວໃດຕໍ່ບັນດາຜູ້ເຂົ້າປະກວດດັ່ງກ່າວນີ້?

ນັກສະແດງ, ນັກທຸລະກິດ ຫຼີ໋ຫຍ໋າກີ່: ນີ້ແມ່ນງານປະກວດລະດັບສາກົນ, ສະແດງໃຫ້ເຫັນລັກສະນະອາຊີບຂອງທັງຄະນະກໍາມະການ ແລະນາງງາມທີ່ເຂົ້າປະກວດ. ບັນດານາງງາມລ້ວນແຕ່ໄດ້ຝຶກຝົນຫຼໍ່ຫຼອມຢ່າງເປັນລະບົບ, ມີການປະພຶດ, ມີມະນຸດສຳພັນການທັກທາຍທີ່ດີກັບທຸກຄົນ. ຜູ້ເຂົ້າປະກວດແຕ່ລະຄົນລ້ວນແຕ່ມີຄວາມງາມທີ່ແຕກຕ່າງກັນ. ຂ້າພະເຈົ້າຄິດວ່າ, ບັນດານາງງາມທີ່ເຂົ້າປະກວດລ້ວນແຕ່ແມ່ນບັນດານາງສາວທີ່ສວຍງາມ ແລະໜ້້າຮັກທີ່ສຸດ.

leftcenterrightdel
 
leftcenterrightdel
ນັກສະແດງ, ນັກທຸລະກິດ ຫຼີ໋ຫຍ໋າກີ່ ເປັນສະມາຊິກຄະນະກໍາມະການງານປະກວດນາງງາມ ສັນຕິພາບໂລກ ( Miss Grand International) 2017. ພາຍ: ແຄ໋ງຮວ່ຽນ

ນັກຂ່າວ:ເອື້ອຍຕີລາຄາແນວໃດກ່ຽວກັບພາກສ່ວນແຂ່ງຂັນຂອງຜູ້ເຂົ້າປະກວດຈາກ ລາວ ແລະ ກໍາປູເຈຍ?

ນັກສະແດງ, ນັກທຸລະກິດ ຫຼີ໋ຫຍ໋າກີ່: ເມື່ອເບິ່ງເຫັນສາຍພາຍຊື່ປະເທດຂອງຜູ້ເຂົ້າປະກວດ ລາວ ແລະ ກໍາປູເຈຍ, ຂ້າພະເຈົ້າມີຄວາມຮູ້ສຶກກັບນາງສາວງາມສອງຄົນນີ້ທີ່ສຸດ ຍ້ອນມີມະນຸດສຳພັນການທັກທາຍສະໜິດສະໜົມ. ຂ້າພະເຈົ້າເຫັນວ່າຜູ້ເຂົ້າປະກວດຂອງ ລາວ ແລະກໍາປູເຈຍ ທັງສອງຄົນລ້ວນແຕ່ມີອຸດົມຄະຕິສູງ ແລະມີໂສມໜ້າເປັນຕາຮັກ,  ໃຈບຸນ. ເຂົາເຈົ້າຍິ້ມງາມທີ່ສຸດ, ບັນດາເພື່ອນໄດ້ມານະພະຍາຍາມທີ່ສຸດ, ເຊື່ອໝັ້ນໃນແຕ່ລະພາກສ່ວນແຂ່ງຂັນຂອງຕົນ.

ນັກຂ່າວ: ໜັງສືພິມກອງທັບປະຊາຊົນຫວຽດນາມ ຫາກໍ່ຈັດຕັ້ງພິທີເປີດສະຫຼອງໜັງສືພິມກອງທັບປະຊາຊົນຫວຽດນາມອອນໄລ ພາກພາສາລາວ ແລະພາສາຂະແມ ກົງກັບໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນໜັງສືພິມກອງທັບປະຊາຊົນຫວຽດນາມ ພິມຈໍາໜ່າຍສະບັບທໍາອິດ (20-10-1950 / 20-10-2017), ຄວາມຮູ້ສຶກຂອງເອື້ອຍກ່ຽວກັບເຫດການນີ້ເປັນຄືແນວໃດ?

ນັກສະແດງ, ນັກທຸລະກິດ ຫຼີ໋ຫຍ໋າກີ່: ນີ້ແມ່ນຂ່າວມ່ວນທີ່ສຸດບໍ່ພຽງແຕ່ສະເພາະສໍາລັບໜັງສືພິມກອງທັບປະຊາຊົນຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຄວາມເບີກບານມ່ວນຊື່ນຂອງປະຊາຊົນສາມປະເທດຫວຽດນາມ, ລາວ, ກໍາປູເຈຍ ອີກດ້ວຍ. ປະຊາຊົນສາມປະເທດໄດ້ພ້ອມກັນຜ່ານຜ່າຄວາມທຸກຍາກ, ລຳບາກໃນປາງສົງຄາມ ເພື່ອ ໄດ້ມີຊຸມວັນສັນຕິພາບ, ເອກະລາດຄືໃນປະຈຸບັນ, ສິ່ງດັ່ງກ່າວນັ້ນແມ່ນລ້ຳຄ່າທີ່ສຸດ. ເລື່ອງເປີດຕົວໜັງສືພິມກອງທັບປະຊາຊົນຫວຽດນາມອອນໄລ ພາກພາສາລາວ ແລະພາສາຂະແມ ໄດ້ປະກອບສ່ວນເຜີຍແຜ່ບັນດາສານສໍາຄັນຂອງຫວຽດນາມເຖິງປະຊາຊົນ ລາວ ແລະ ກໍາປູເຈຍ  ອ້າຍນ້ອງ, ຮັດແໜ້ນນໍ້າໃຈສາມັກຄີມິດຕະພາບລະຫວ່າງ ສາມຊາດກວ່າອີກ.

 ເຊິ່ງແມ່ນເພື່ອນຜູ້ອ່ານທີ່ມີຄວາມສະໜິດສະໜົມຂອງໜັງສືພິມກອງທັບປະຊາຊົນຫວຽດນາມ, ເນື່ອງໃນໂອກາດນີ້, ຂ້າພະເຂົ້າຂໍອວຍພອນໃຫ້ຄະນະບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ນັກຂ່າວ, ນັກບັນນາທິການ, ຜູ້ອອກແຮງງານຂອງໜັງສືພິມທຸກໆຄົນສືບຕໍ່ປະຕິບັດສຳເລັດໜ້າທີ່ຂອງບັນດານັກຂ່າວທີ່ເປັນນັກຮົບ, ນັກຮົບໃນແນວຮົບດ້ານແນວຄິດ, ວັດທະນະທໍາ ແລະນັກຮົບກອງທັບປະຊາຊົນຫວຽດນາມ.

ແປໂດຍ: ກຸກຮວ່ຽນ