ປີ 2019, ລັດຖະບານສອງປະເທດໄດ້ວາງຄາດໝາຍສູ້ຊົນນໍາວົງເງິນການຄ້າສອງຝ່າຍເພີ່ມແຕ່ 10% ຂຶ້ນໄປ. ປະຈຸບັນການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ ລາວ ແມ່ນຖືກຈັດອັນດັບ 3 ໃນຈຳນວນປະເທດທີ່ມີໂຄງການລົງທຶນຢູ່ ລາວ. ສອງໂຄງການທີ່ຜົ້ນເດັ່ນຂອງບັນດາວິສາຫະກິດຫວຽດນາມ ແມ່ນໂຄງການເຂື່ອນໄຟຟ້ານໍ້າຕົກ ເຊກະໝານ 1 ແລະເຊກະໝານຊານໄຊ ໄດ້ຜະລິດໄຟຟ້າຂາຍໃຫ້ ຫວຽດນາມ, ສ້າງແຫຼ່ງລາຍຮັບໃຫຍ່ໃຫ້ງົບປະມານລາວ.

leftcenterrightdel
ບັນດາຂໍ້ຕົກລົງຊື້-ຂາຍໄຟຟ້າຊ່ວຍເພີ່ມມູນຄ່າການຄ້າສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ.

ນອກຈາກນັ້ນ, ການຮ່ວມມືລະຫວ່າງສອງປະເທດໃນໂຄງການພັດທະນາທ່າກຳປັ່ນ ຫວູງອ໋າງ 1, 2, 3 ແລະຂໍ້ຕົກລົງຊື້-ຂາຍໄຟຟ້າຈະຊ່ວຍເພີ່ມມູນຄ່າການຄ້າສອງຝ່າຍ. ຄຽງຂ້າງນັ້ນ, ການຜັນຂະຫຍາຍບັນດາໂຄງການທີ່ນໍາໃຊ້ທຶນຊ່ວຍເຫຼືອກໍບັນລຸໄດ້ໝາກຜົນທີ່ດີ, ໂດຍລະອຽດແມ່ນໃນປີ 2018 ໄດ້ປະຕິບັດສໍາເລັດ, ມອບຮັບ ແລະເປີດນໍາໃຊ້ 12 ໂຄງການ.

ພ້ອມກັນນັ້ນ, ບັນດາຂະແໜງການ ແລະບັນດາທ້ອງຖິ່ນຂອງສອງປະເທດກໍເພີ່ມທະວີການພົບປະ, ແລກປ່ຽນບົດຮຽນ ແລະເປີດກວ້າງການຮ່ວມມືຢ່າງແທດຈິງ ແລະມີປະສິດທິຜົນ. ບັນດາກົນໄກ, ນະໂຍບາຍຮ່ວມມືລະຫວ່າງສອງປະເທດກໍໄດ້ຮັບການປຶກສາຫາລື, ປັບປຸງຢ່າງທັນການ ແລະເໝາະສົມກັບສະພາບການຕົວຈິງຂອງແຕ່ລະປະເທດກໍຄືກົດໝາຍສາກົນ.

ໂດຍ: ຈາງຫງວຽນ