leftcenterrightdel
ພາບປະກອບຈາກ dantri.com.vn

ຫົວໜ້າບໍລິສັດຜູ້ໃຫ້ບໍລິການທ່ອງທ່ຽວໃນຫວຽດນາມ ເປີດເຜີຍວ່າ: ພວມວາງແຜນທີ່ຈະເປີດສາຍການບິນແຫ່ງໃໝ່ເພື່ອຮອງຮັບການເດີນທາງພາຍໃນປະເທດທີ່ຄາດວ່າຈະເພີ່ມຂື້ນສູງເລື້ອຍໆໃນອະນາຄົດ ແລະຈະເປັນສາຍການບິນທີ 6 ຂອງປະເທດ, ຫລັງຈາກອຸດສາຫະກຳການບິນຂອງຫວຽດນາມ ຍັງຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂດຍທ່ານ ຫງວຽນກວັກກີ ຫົວໜ້າບໍລິສັດ ຫວຽດທາຣາເວ(Vietravel) ກ່າວວ່າດ້ວຍຈຳນວນປະຊາຊົນຫວຽດນາມ ທີ່ມີຫຼາຍກວ່າ 100 ລ້ານຄົນ ແລະຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມເພີ່ມຂື້ນຢ່າງຕໍ່ເນື່ອງໃນລະດັບ15,5 ລ້ານຄົນເມື່ອປີກາຍ, ຕະຫຼາດການບິນ ພາຍໃນປະເທດຍັງເຕັມໄປດ້ວຍຂີດຄວາມສາມາດຮອບດ້ານ. ປັດຈຸບັນ ຫວຽດນາມ ມີສາຍການບິນ ພຽງ 5 ສາຍເທົ່ານັ້ນ.

ເນື້ອໃນ: ຂປລ