leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ປີ 2018, ສອງຝ່າຍໄດ້ຊຸກຍູ້ການຮ່ວມມືກ່ຽວກັບພະລັງງານ, ກົນຈັກ, ຢາປິ່ນປົວພະຍາດ,​ ເສື້ອຜ້າອາພອນ, ການທ່ອງທ່ຽວ ແລະອື່ນໆເຮັດໃຫ້ມູນຄ່າການຄ້າສອງສົ້ນລະຫວ່າງ ຫວຽດນາມ-ອິນເດຍ ບັນລຸເຖິງ 13 ຕື້ໂດລາສະຫະລັດ ​ແລະຈະຊຸກຍູ້ໃຫ້ບັນລຸເຖິງ 15 ຕື້ໂດລາສະຫະລັດໃນປີ 2020. ຂະນະດຽວກັນນັ້ນ, ທ່ານ ກາວກວັກຮືງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ໄດ້ຕີລາຄາສູງຕໍ່ຄວາມສຳເລັດຂອງອິນເດຍ ໃນໄລຍະການພັດທະນາເສດຖະກິດໃນຊຸມປີຜ່ານມາ. ປັດຈຸບັນ, ອິນເດຍ ມີ 208 ໂຄງການ FDI (ການ​ລົງທຶນ​ຢູ່​ຕ່າງປະ​ເທດ) ​ເຂົ້າຫວຽດນາມ ດ້ວຍບ້ວງເງິນການລົງທຶນຈົດທະບຽນປະມານ 878 ລ້ານໂດລາສະຫະລັດ, ຈັດເປັນອັນດັບ 26/126 ປະເທດ ແລະເຂດແຄ້ວນທ່ີມີແຫລ່ງການລົງທຶນຢູ່ຫວຽດນາມ. ຄາດວ່າກອງປະຊຸມຄັ້ງນີ້ຈະຊຸກຍູ້ການຮ່ວມມືຂອງສອງຝ່າຍໃຫ້ຈະເລີນເຕີບໃຫຍ່ ແລະແໜ້ນແຟ້ນຂຶ້ນຕື່ມ.

ເນື້ອໃນ: ຂປລ