ທີ່ການເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍບັນດາມາດຕະການຫັນການຄ້າເປັນສະດວກ, ໃນນັ້ນມີການຄ້າຊາຍແດນ, ຊຸກຍູ້ການເຊື່ອມຕໍ່ການຄົມມະນາຄົມ ແລະຜັນຂະຫຍາຍຮູບແບບ “ປະຕູດຽວ, ຢຸດເທື່ອດຽວ” ຢູ່ບັນດາຄູ່ດ່ານສາກົນ... ເພື່ອແນໃສ່ຍົກການຄ້າສອງສົ້ນໃຫ້ບັນລຸໄດ້ຄາດໝາຍ 5 ຕື້ໂດລາສະຫະລັດໂດຍໄວ. ທ່ານ Prak Sokhonn ສະເໜີໃຫ້ບັນດາວິສາຫະກິດຫວຽດນາມ ສືບຕໍ່ເປີດກວ້າງການລົງທຶນ ແລະຢັ້ງຢືນວ່າລັດຖະບານກໍາປູເຈຍ ຈະມານະພະຍາຍາມສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຫວຽດນາມ ມີຄວາມອຸ່ນອ່ຽນໃຈລົງທຶນດໍາເນີນທຸລະກິດຢູ່ກໍາປູເຈຍ.

leftcenterrightdel
ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດການສຶກສາ-ບໍາລຸງສ້າງ, ການທ່ອງທ່່ຽວ, ການພົບປະແລກປ່ຽນວັດທະນະທໍາ, ການພົວພັນແລກປ່ຽນປະຊາຊົນເພື່ອແນໃສ່ຮັດແໜ້ນນໍ້າໃຈສາມັກຄີ ກໍ່ຄືສຶກສາໃຫ້ຄົນຮຸ່ນໜຸ່ມກ່ຽວກັບມູນເຊື້ອປະຫວັດສາດແຫ່ງການພົວພັນລະຫວ່າງຫວຽດນາມ-ກໍາປູເຈຍ. ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດໄດ້ລົງນາມນໍາກັນເພື່ອປະກອບສ່ວນນໍາການພົວພັນສອງປະເທດສືບຕໍ່ພັດທະນາຢ່າງສະດວກ, ແຂງແຮງ ແລະຕັ້ງໜ້າກວ່າອີກ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນໃນຂອບເຂດອະນຸພາກພື້ນແມ່ນໍ້າຂອງ ແລະເຂດສາມຫຼ່ຽມພັດທະນາ (ກໍາປູເຈຍ-ລາວ-ຫວຽດນາມ) ເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່, ຮັດແຄບຊ່ອງຫວ່າງການພັດທະນາ, ຄຸ້ມຄອງ ແລະນໍາໃຊ້ແຫຼ່ງນໍ້າແມ່ນໍ້າຂອງແບບຍືນຍົງ. ສອງຝ່າຍຢັ້ງຢືນວ່າຈະສະໜັບສະໜູນເຊິ່ງກັນ ແລະກັນໃນປີ 2020 ເມື່ອຫວຽດນາມ ເປັນປະທານອາຊຽນ ແລະກໍາປູເຈຍ ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດເວທີປາໄສຮ່ວມມືອາຊີ-ເອີຣົບ (ASEM)  ຄັ້ງທີ 13. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍກໍ່ໄດ້ຢືນຢັນເຖິງຄວາມສໍາຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ຊຸກຍູ້ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ສູ້ຊົນບັນລຸ COC ຢ່າງມີປະສິດທິຜົນ, ແທດຈິງ ແລະເໝາະສົມກັບກົດໝາຍສາກົນໂດຍໄວ.

ໂດຍ: ບົວພອນ