ທ່ານ ເວືອງດິ່ງເຫວ້, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ; ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ເລຂາພັກນະຄອນໂຮ່ຈິມິນ ພ້ອມກັບການນຳຂອງບັນດາອົງການຈັດຕັ້ງເສດຖະກິດ, ການເງິນ, ການຄ້າສາກົນ; ສະຖານທູດ, ສະຖານກົງສູນໃຫຍ່ຂອງຫຼາຍປະເທດ ປະຈຳ ຫວຽດນາມ ແລະນະຄອນໂຮ່ຈິມິນ, ບັນດານັກວິທະຍາສາດ, ນັກຊ່ຽວຊານດ້ານເສດຖະກິດ, ນັກທຸລະກິດທັງຢູ່ໃນ ແລະຕ່າງປະເທດເຂົ້າຮ່ວມ.

leftcenterrightdel
ບັນຍາກາດທີ່ເວທີປາໄສເສດຖະກິດນະຄອນໂຮ່ຈິມິນ ປີ 2018-HEF 2018. ພາບ: laodong.vn.

ເວທີປາໄສແນໃສ່ຮັບຟັງ, ຮັບເອົາຄຳເຫັນ, ຂໍ້ລິເລີ່ມ, ປະກອບຄຳເຫັນໃສ່ບັນດາມາດຕະການຊຸກຍູ້ການກໍ່ສ້າງຕົວເມືອງແບບມີຫົວຄິດປະດິດສ້າງ; ບັນດາບົດຮຽນຂອງສາກົນ; ລະດົມແຫຼ່ງກຳລັງພາຍໃນ ແລະຕ່າງປະເທດ, ພິເສດແມ່ນເສີມຂະຫຍາຍທ່າ ແຮງຂອງວິສາຫະກິດ 372.000 ແຫ່ງ ໃນບໍລິເວນນະຄອນ. ການນຳນະຄອນໂຮ່ຈິມິນ ສະແດງຄຳໝັ້ນສັນຍາວ່າຈະສືບຕໍ່ຍູ້ແຮງວຽກງານປະຕິຮູບການບໍລິຫານ, ຮັບປະກັນສະພາບແວດລ້ອມໃນການດຳເນີນທຸລະກິດ, ກຽມພ້ອມຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດ.

ໂດຍ: ລັດເວລາ