ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງທະນາຄານ SMBC ໄດ້ເຂົ້າຮ່ວມການຈັດແບ່ງທຶນໃຫ້ບັນດາໂຄງການສໍາຄັນທີ່ຮັບໃຊ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ; ປະກອບສ່ວນຢ່າງແທດຈິງ, ລະອຽດເຂົ້າໃນການພັດທະນາ, ປັບປຸງການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ. ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າ SMBC ຈະສືບຕໍ່ເປີດກວ້າງການເຄື່ອນໄຫວລົງທຶນຢູ່ຫວຽດນາມ ໃຫ້ຫຼາຍກວ່າອີກ; ເຂົ້າຮ່ວມວິວັດການສ້າງໂຄງປະກອບທະນາຄານຫວຽດນາມ ຄືນໃໝ່ຢ່າງຕັ້ງໜ້າກວ່າອີກ. ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າຫວຽດນາມ ພວມພັດທະນາເສດຖະກິດຢ່າງແຮງ ສະນັ້ນຄວາມຕ້ອງການເງິນລົງທຶນແມ່ນໃຫຍ່ຫຼວງທີ່ສຸດ ແລະສະເໜີວ່າ SMFG  ແລະ SMBC ຄວນເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ສົ່ງເສີມບັນດາວິສາຫະກິດຍີ່ປຸ່ນ ເຂົ້າມາລົງທຶນຢູ່ຫວຽດນາມ, ຜ່ານນັ້ນສືບຕໍ່ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືອັນດີງາມ, ຮອບດ້ານຫວຽດນາມ - ຍີ່ປຸ່ນ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Koichi Miyata ປະທານກຸ່ມບໍລິສັດການເງິນ Sumitomo Mitsui. ພາບ: baochinhphu.vn.

ທ່ານ Koichi Miyata ປາດຖະໜາວ່າທະນາຄານຈະເປີດກວ້າງການສະໜອງທຶນບຸລິມະສິດໃຫ້ແກ່ຫວຽດນາມ, ເປັນຕົ້ນແມ່ນຂົງເຂດພັດທະນາພື້ນຖານໂຄງລ່າງ; ເຂົ້າຮ່ວມວິວັດການດໍາເນີນທຸລະກິດຢູ່ຫວຽດນາມ ໃຫ້ເລິກເຊິ່ງກວ່າອີກ. ໃນວິວັດການນັ້ນ, SMBC ຫວັງວ່າຈະໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການຂອງຫວຽດນາມ. ທ່ານກໍ່ຢັ້ງຢືນວ່າ, ກຸ່ມບໍລິສັດຍາມໃດກໍຮ່ວມເດີນທາງພ້ອມກັບການພັດທະນາຂອງຫວຽດນາມ

ໂດຍ: ທະນາພອນ