ເວທີປາໄສມີການເຂົ້າຮ່ວມຂອງທ່ານ Ram Nath Kovind, ປະທານາທິບໍດີອິນເດຍ ແລະທ່ານ ຈີ້ງດິ່ງຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ. ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຈີ້ງດິ່ງຢຸງ ເນັ້ນໜັກວ່າ, ນີ້ແມ່ນເຫດການສໍາຄັນ, ແມ່ນໂອກາດເພື່ອໃຫ້ວິສາຫະກິດສອງປະເທດຫວນຄືນບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້ໃນ 46 ປີຜ່ານມາ, ແບ່ງປັນວິໄສທັດ, ແງ່ຫວັງ ແລະກາລະໂອກາດຮ່ວມມືພັດທະນາໃນໄລຍະໃໝ່, ປະກອບສ່ວນຊຸກຍູ້ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອິນເດຍ ເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານ ຈີ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Ram Nath Kovind, ປະທານາທິບໍດີອິນເດຍ. ພາບ: baochinhphu.vn.

ທ່ານ Ram Nath Kovind ຖືວ່າ, ວິສາຫະກິດສອງປະເທດພວມມີໂອກາດຮ່ວມມືໃນບັນດາຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ພື້ນຖານເສດຖະກິດດີຈີຕອນ, hydro carbon, ພະລັງງານຜະລິດຄືນໃໝ່, ການແພດ, ການບິນ. ອິນເດຍ ກໍ່ປາດຖະໜາຢາກແລກປ່ຽນບົດຮຽນກັບຫວຽດນາມ ໃນຂົງເຂດພັດທະນາພື້ນຖານໂຄງລ່າງຕົວເມືອງ ແລະການທ່ອງທ່ຽວ, ເລີ່ມທຸລະກິດ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນສະພາບການປະຕິວັດອຸດສາຫະກໍາ  4.0.

ໂດຍ: ທູຈາງ