ຕີລາຄາສູງຄວາມມານະພະຍາຍາມຂອງ Sembcorp, ທ່ານ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ກຸ່ມບໍລິສັດຍູ້ໄວບັນດາໂຄງການ VSIP ໃກ້ຈະມາເຖິງຢູ່ທາງທິດຕາເວັນຕົກພາກໃຕ້ຫວຽດນາມ ເພື່ອໝູນໃຊ້ທ່າແຮງທີ່ມີຢູ່ແລ້ວຂອງທ້ອງຖິ່ນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນພັດທະນາຂອງຫວຽດນາມ. ຄຽງຄູ່ກັນນັ້ນແມ່ນຄົ້ນຄວ້າເປີດເຂດ VSIP ຢູ່ເຂດໄຕງວຽນ, ຍ້ອນນີ້ແມ່ນເຂດທີ່ມີທ່າແຮງກ່ຽວກັບຕົ້ນໄມ້ອຸດສາຫະກໍາ ຄື: ຕົ້ນກາເຟ, ຕົ້ນຢາງພາລາ... ຕ້ອງການມີບັນດານັກລົງທຶນຜັນຂະຫຍາຍອຸດສາຫະກໍາປຸງແຕ່ງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ  ຕ້ອນຮັບທ່ານ Neil  McGregor, ປະທານທັງເປັນຜູ້ອໍານວຍການບໍລິຫານກຸ່ມບໍລິສັດອຸດສາຫະກໍາ    Sembcorp. ພາບ: chinhphu.vn.

ສ່່ວນທ່ານ Neil  McGregor ໃຫ້ຮູ້ວ່າ, ກຸ່ມບໍລິສັດໄດ້ໄປສໍາຫຼວດບາງສະຖານທີ່ໃໝ່ຢູ່ຫວຽດນາມແລ້ວ ເພື່ອເປີດກວ້າງບັນດາເຂດ VSIP ຕື່ມອີກ, ໃນນັ້ນມີເຂດໄຕງວຽນ ແລະກວາງຈິ. ກຸ່ມບໍລິສັດກໍ່ພວມສົ່ງເສີມການລົງທຶນຢູ່ຫວຽດນາມ ໃນຂົງເຂດພະລັງງານ ແລະເຮັດວຽກກັບກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ເພື່ອຜັນຂະຫຍາຍບັນດາໂຄງການນີ້.

ໂດຍ: ຫງວຽນກຸກ