ທີ່ການເຮັດວຽກ, ທ່ານ Miguel Mario Diáz Canel Bermúdez ໄດ້ແລກປ່ຽນ, ຊອກຮູ້ ແລະວາງອອກບັນດາບັນຫາກ່ຽວກັບຮູບແບບການລົງທຶນຢູ່ເຂດເຕັກໂນໂລຢີສູງ; ບັນດາບັນຫາທີ່ກ່ຽວຂ້ອງເຖິງນິຕິກໍາໃນການກໍ່ສ້າງ ແລະດຶງດູດການລົງທຶນ...

leftcenterrightdel
ທ່ານ Miguel Mario Diáz Canel Bermúdez, ປະທານສະພາແຫ່ງລັດ ແລະສະພາລັດຖະມົນຕີ ສ.ກູບາ ຢ້ຽມຢາມ ແລະເຮັດວຽກຢູ່ເຂດເຕັກໂນໂລຢີສູງນະຄອນໂຮ່ຈິມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Miguel Mario Diáz Canel Bermúdez ສະເໜີໃນໄລຍະຈະມາເຖິງ, ເຂດເຕັກໂນໂລຢີສູງນະຄອນໂຮ່ຈິມິນ ຈັດສົ່ງຄະນະເຖິງກູບາ ເພື່ອແບ່ງປັນບົດຮຽນ ແລະເຮັດວຽກກັບບາງສູນ ເຊິ່ງກູບາຄາດຄະເນຈະສ້າງຕັ້ງຄື: ສູນເຕັກໂນໂລຢີຂໍູ້ມູນຂ່າວສານ, ສູນເຕັກໂນໂລຢີວິທະຍາສາດມະຫາວິທະຍາໄລ La Habana ແລະບັນດາສູນເຕັກໂນໂລຢີຊີວະສາດ, ການຢາຂອງກູບາ.

ທ່ານ Miguel Mario Diáz Canel Bermúdez  ກໍ່ສະເໜີຂະແໜງເຕັກໂນໂລຢີຊີວະສາດກູບາ ແລະເຂດເຕັກໂນໂລຢີສູງນະຄອນໂຮ່ຈິມິນ ແລກປ່ຽນໂດຍກົງເພື່ອຊອກຫາກາລະໂອກາດສ້າງຕັ້ງວິສາຫະກິດຮ່ວມທຸລະກິດ ຫຼື ຄົ້ນຄວ້າພັດທະນາຮ່ວມກ່ຽວກັບການຢາ.

ໂດຍ: ທູຈາງ