ທີ່ການຕ້ອນຮັບ, ສອງຝ່າຍຮັບຮູ້ບັນດາຜົນງານຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ ແລະອົດສະຕາລີ ໃນໄລຍະມໍ່ໆມານີ້ໃນບັນດາຂົງເຂດການເມືອງ, ການປ້ອງກັນຊາດ, ການຄ້າ... ສອງຝ່າຍມີຄວາມເພິ່ງພໍໃຈເມື່ອເຫັນວ່າ, ໃນທ່າພັດທະນາຢ່າງຕັ້ງໜ້າ ແລະແທດຈິງຂອງການພົວພັນສອງຝ່າຍ, ການພົວພັນລະຫວ່າງບັນດາທ້ອງຖິ່ນກໍ່ໄດ້ຮັບການຊຸກຍູ້ຢ່າງແຮງ, ພົ້ນເດັ່ນແມ່ນການພົວພັນລະຫວ່າງເຂດດິນແດນອົດສະຕາລີເໜືອ ກັບນະຄອນໂຮ່ຈິມິນ, ຫາຍຟ່ອງ, ແຄ໋ງຮວ່າ, ບ່າເຣ້ຍ-ຫວູງເຕົ່າ.

leftcenterrightdel
ທ່ານ ຟ້າມບິ່ງມີງ ແລະທ່ານ Michael Gunner ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຫ້ອງການການຄ້າ ແລະອຸດສາຫະກຳຫວຽດນາມ (VCCI)  ແລະຫ້ອງການການຄ້າເຂດດິນແດນອົດສະຕາລີເໜືອ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Michael Gunner ຢືນຢັນວ່າ, ຖືເປັນສຳຄັນການເພີ່ມທະວີການພົວພັນກັບຫວຽດນາມ; ພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາກັບຫວຽດນາມ ກ່ວາອີກ, ພ້ອມທັງພິຈາລະນາເປີດກວ້າງໄປສູ່ບັນດາຂົງເຂດຄົມມະນາຄົມ, ການທ່ອງທ່ຽວ…

ທ່ານ ຟ້າມບິ່ງມີງ ເນັ້ນໜັກວ່າ, ດ້ວຍເງື່ອນໄຂທໍາມະຊາດດົນບັນດານໃຫ້, ມີຄວາມໃກ້ຊິດສະໜິດສະໜົມກັບຫວຽດນາມ ແລະມີທີ່ຕັ້ງຍຸດທະສາດ, ເຂດດິນແດນອົດສະຕາລີເໜືອ ມີຄວາມສາມາດບົ່ມຊ້ອນຮ່ວມມືອັນໃຫຍ່ຫຼວງກ່ຽວກັບການເຊື່ອມຕໍ່ການຄົມມະນາຄົມທາງທະເລ, ການບິນ ແລະການທ່ອງທ່ຽວກັບຫວຽດນາມ, ພິເສດແມ່ນບັນດາແຂວງທາງພາກໃຕ້ຫວຽດນາມ. ທ່ານ ຟ້າມບິ່ງມີງ ກໍ່ເນັ້ນໜັກເຖິງບັນດາຄວາມເອົາໃຈໃສ່ຂອງຫວຽດນາມ ສຳລັບການພັດທະນາກະສິກຳເຕັກໂນໂລຢີສູງ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດ - ເຕັກໂນໂລຢີ.

ເນື່ອງໃນໂອກາດນີ້, ທ່ານ ຟ້າມບິ່ງມີງ ແລະທ່ານ Michael Gunner ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຫ້ອງການການຄ້າ ແລະອຸດສາຫະກຳຫວຽດນາມ ແລະຫ້ອງການການຄ້າເຂດດິນແດນອົດສະຕາລີເໜືອ, ສ້າງຂອບເຂດການຮ່ວມມືລະຫວ່າງບັນດາວິສາຫະກິດສອງຝ່າຍໃນໄລຍະຈະມາເຖິງ.

ໂດຍ: ບົວພອນ