ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ປະຈຸບັນເສດຖະກິດໂລກພວມສືບຕໍ່ຮັກສາທ່າເຕີບໂຕ; ການປະຕິວັດອຸດສາຫະກໍາ 4.0 ໄດ້ແຜ່ຂະຫຍາຍຢ່າງແຮງ, ສ້າງກາລະໂອກາດຮ່ວມມື ແລະສິ່ງທ້າທາຍໃໝ່ຫຼາຍຢ່າງສະຫຼັບກັນ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ແລະທ່ານ ສີຈິ້ນຜິງ ຢ້ຽມຊົມຮ້ານວາງສະແດງຂາຍສິນຄ້າຂອງຫວຽດນາມ ທີ່ງານຕະຫຼາດນັດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນຢ່າງໝັ້ນຄົງ, ປາດຖະໜາຢາກພ້ອມກັບຈີນ ແລະບັນດາປະເທດຕ່າງໆຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າພັດທະນາແບບຍືນຍົງທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ; ສະໜັບສະໜູນລະບົບການຄ້າຫຼາຍຝ່າຍເປີດ, ຍຸຕິທຳ, ​ກະ​ຈ່າງ​ແຈ້ງ, ກວມລວມ ແລະອີງໃສ່ລະບຽບກົດໝາຍກັບ WTO ເປັນພື້ນຖານ...

ເນື່ອງໃນໂອກາດນີ້, ທ່ານ ຫງວຽນຊວນຟຸກ ກໍ່ແນະນຳບັນດາຜົນງານການພັດທະນາເສດຖະກິດ-ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າລັດຖະບານຫວຽດນາມ ໃຫ້ຄໍາໝັ້ນສັນຍາຈະສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດສະດວກ, ຕອບສະໜອງບັນດາບັນທັດຖານສາກົນທີ່ກ້າວໜ້າ ແລະບັນດາມາດຕະຖານສູງໃນບັນດາສັນຍາການຄ້າເສລີລຸ້ນໃໝ່ ເຊິ່ງຫວຽດນາມ ເຂົ້າຮ່ວມ ແລະຊົມເຊີຍບັນດາວິສາຫະກິດຕ່າງປະເທດໃນການຮ່ວມມື ແລະພັດທະນາສໍາເລັດຜົນຢູ່ຫວຽດນາມ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ຢັ້ງຢືນວ່າຈະສືບຕໍ່ຍູ້ແຮງການເປີດປະຕູໃນທຸກດ້ານ, ເປັນເຈົ້າການເປີດກວ້າງການນໍາເຂົ້າ, ຜ່ອນຜັນມາດຕະຖານເປີດປະຕູຕະຫຼາດ, ສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດບົນພື້ນຖານເຄົາລົບທຳນຽມການດໍາເນີນທຸລະກິດສາກົນ, ຊຸກຍູ້ການຮ່ວມມືຫຼາຍຝ່າຍ ແລະສອງຝ່າຍ, ສົ່ງເສີມບັນດາວິສາຫະກິດທີ່ມີກຳລັງແທ້ຈິງ, ມີອິດທິພົນຊື່ສຽງຂອງຈີນ ລົງທຶນຮ່ວມມືກັບບັນດາປະເທດຕ່າງໆ.

ດ້ວຍບົດບາດ “ປະເທດເປັນກຽດ”, ຫວຽດນາມ ໄດ້ຈັດຕັ້ງເຂດຮ້ານວາງສະແດງຂາຍສິນຄ້າແຫ່ງຊາດ; ຈັດສົ່ງ 25 ວິສາຫະກິດທີ່ມີອິດທິພົນຊື່ສຽງ, ມີຄຸນນະພາບ, ມີກໍາລັງຄວາມສາມາດສົ່ງອອກສິນຄ້າທີ່ດີສັງກັດກຸ່ມຜະລິດຕະພັນກະເສດ, ສິນໃນນໍ້າ, ສະບຽງອາຫານປຸງແຕ່ງ ແລະການບໍລິການດ້ານການຄ້າເຂົ້າຮ່ວມງານຕະຫຼາດນັດ. ໃນຂອບເຂດງານຕະຫຼາດນັດ, ບັນດາວິສາຫະກິດຫວຽດນາມ ໄດ້ຈັດຕັ້ງບັນດາການໂອ້ລົມສົນທະນາ, ແລກປ່ຽນກັບບັນດາຄູ່ຮ່ວມມືທີ່ເໝາະສົມຂອງຈີນ ແລະບັນດາປະເທດຕ່າງໆເພື່ອເປີດກວ້າງບັນດາກາລະໂອກາດໃນການຮ່ວມມື, ການລົງທຶນໃນໄລຍະຈະມາເຖິງ.

ໂດຍ: ທະນາພອນ