ທີ່ການຕ້ອນຮັບ, ທ່ານ ຟ້າມບິ່ງມິງ ຕີລາຄາສູງບົດບາດຂອງແຫຼ່ງທຶນ ODA ຂອງຍີ່ປຸ່ນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ; ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມື ODA ຂອງຍີ່ປຸ່ນ ຢູ່ຫວຽດນາມ ແລະແລກປ່ຽນສະພາບການກ່ຽວກັບບາງໂຄງການຮ່ວມມື ODA ກັບຍີ່ປຸ່ນຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Kazuyuki Nakane ລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດຍີ່ປຸ່ນ. ພາບ: vov.vn.

ທ່ານ Kazuyuki Nakane ສະແດງຄວາມຂອບໃຈ ແລະຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ, ຕັ້ງໜ້າຂອງຫວຽດນາມ ໃນບັນດາກົນໄກຮ່ວມມືທີ່ກ່ຽວຂ້ອງຂອງອາຊຽນ ແລະການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ; ປາດຖະໜາຢາກໃຫ້ຫວຽດນາມ ເສີມຂະຫຍາຍບົດບາດຕັ້ງໜ້າເມື່ອດໍາລົງຕໍາແໜ່ງເປັນປະເທດປະສານງານການພົວພັນອາຊຽນ-ຍີ່ປຸ່ນໄລຍະ 2018-2021, ຮ່ວມມື ເພື່ອຜົນສໍາເລັດຂອງກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄາດຄະເນວ່າຈະຈັດຕັ້ງໃນເດືອນຕຸລາ 2018 ຢູ່ໂຕກຽວ; ເນັ້ນໜັກເຖິງເລື່ອງຍີ່ປຸ່ນ ສະໜັບສະໜູນທັດສະນະຂອງຫວຽດນາມ ແລະອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ.

 

ໂດຍ: ທູຈາງ