ຕາມນັ້ນແລ້ວ, THACO ລົງນາມໃນຂໍ້ຕົກລົງຮ່ວມມືຍຸດທະສາດກັບບໍລິສັດຫຸ້ນສ່ວນຮວ່າງແອງຢາລາຍ ຢ່າງເປັນທາງການເພື່ອລົງທຶນເຂົ້າ 2 ບໍລິສັດ, ນັ້ນແມ່ນບໍລິສັດຫຸ້ນສ່ວນກະສິກໍາສາກົນຮວ່າງແອງຢາລາຍ (ບໍລິສັດກະສິກໍາ HNG) ແລະບໍລິສັດຮວ່າງແອງຢາລາຍ Myanmar Center. ຕາມຄໍາໝັ້ນສັນຍາໃນຂໍ້ຕົກລົງລົງທຶນເຂົ້າບໍລິສັດກະສິກໍາ HNG ແລ້ວ, THACO ຈະຮັບຜິດຊອບຕົ້ນຕໍໃນການສ້າງໂຄງປະກອບບໍລິສັດຄືນໃໝ່ດ້ວຍຍອດຈຳນວນທຶນຕໍ່ປະມານ 12.000 ຕື້ດົ່ງ.

leftcenterrightdel
 
leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ເປັນສັກຂີພິຍານພິທີມອບຂໍ້ຕົກລົງຮ່ວມມືຍຸດທະສາດຂອງບໍລິສັດຫຸ້ນສ່ວນລົດໂອໂຕ ເຈື່ອງຫາຍ (THACO) ແລະບໍລິສັດຫຸ້ນສ່ວນກະສິກໍາສາກົນຮວ່າງແອງຢາລາຍ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າດ້ວຍກຳລັງບົ່ມຊ້ອນດ້ານການເງິນ, ກໍາລັງຄວາມສາມາດ, ເຕັກໂນໂລຢີ, ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າຂໍ້ຕົກລົງຈະຫັນຄວາມໃຝ່ຝັນຫັນກະສິກໍາເປັນທັນສະໄໝຂອງບັນດາວິສາຫະກິດເວົ້າສະເພາະ ແລະຂອງຂະແໜງກະສິກໍາຫວຽດນາມ-ລາວ-ກໍາປູເຈຍ ເວົ້າລວມໃຫ້ເປັນລະອຽດ.

ເນັ້ນໜັກວ່າບັນດາຍຸດທະສາດກ່ຽວກັບການກະທໍາ, ບັນດາແຜນນະໂຍບາຍ, ມະຕິໃນລະດັບມະຫາພາກຕ້ອງໄດ້ຮັບການສະໜັບສະໜູນຈາກພາກເອກະຊົນ, ບັນດາກຸ່ມບໍລິສັດໃຫຍ່, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າຂໍ້ຕົກລົງດັ່ງກ່າວບໍ່ພຽງແຕ່ສ້າງແບບຢ່າງກ່ຽວກັບການໝູນໃຊ້ເຕັກໂນໂລຢີທັນສະໄໝໃນຂົງເຂດກະສິກໍາເທົ່ານັ້ນ, ຫາກຍັງແມ່ນການສ້າງທ່າອຽງຫັນປ່ຽນກະແສເງິນລົງທຶນຫຼາຍກວ່າກ່ຽວກັບກະສິກໍາ, ເປີດກວ້າງຕະຫຼາດ, ເຊື້ອເຊີນບັນດາວິສາຫະກິິດໃຫຍ່ລົງທຶນພັດທະນາກະສິກໍາອີກດ້ວຍ.

ພ້ອມກັບຂໍ້ຕົກລົງຮ່ວມມືນີ້, ທ່ານນາຍົກລັດຖະມົນຕີ ປາຖະໜາວ່າຂະແໜງກະສິກໍາ 3 ປະເທດຫວຽດນາມ, ລາວ, ກໍາປູເຈຍ ຈະໃກ້ຊິດ, ເພີ່ມເຕີມໃຫ້ກັນ, ປະກອບສ່ວນຍົກສູງລາຍຮັບໃຫ້ປະຊາຊົນ 3 ປະເທດ.

 

ໂດຍ: ຫງວຽນກຸກ