ບັນດາຄຳເຫັນລ້ວນແຕ່ເຫັນດີເປັນເອກະພາບຖືວ່າ, ກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງເຊກອງ ແມ່ນຂີດໝາຍສຳຄັນເພື່ອເປີດກາລະໂອກາດໃໝ່ໃນການພົວພັນຮ່ວມມືຮອບດ້ານລະຫວ່າງແຂວງເຊກອງ ແລະບັນດາແຂວງຂອງ ຫວຽດນາມ.

ດ້ວຍທີ່ຕັ້ງສະດວກພໍສົມຄວນ, ແຂວງເຊກອງ ຍັງມີຄວາມສາມາດບົ່ມຊ້ອນ, ທ່າແຮງຫຼາຍຢ່າງ ຄື ດິນຟ້າອາກາດເໝາະສົມກັບການລ້ຽງສັດ, ປູກຝັງກາຍເປັນສິນຄ້າຮັບໃຊ້ຄວາມຕ້ອງການພາຍໃນ ແລະສົ່ງອອກ; ມີຫ້ວຍນ້ຳລຳເຊຫຼາຍສາຍ, ຊັບພະຍາກອນທຳມະຊາດ, ປູຊະນີຍະສະຖານປະຫວັດສາດ ແລະຄຸນຄ່າເປັນເອກະລັກສະເພາະກ່ຽວກັບວັດທະນະທຳ, ຮີດຄອງປະເພນີຕິດພັນກັບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າແຕ່ໃດມາຈົນຮອດປັດຈຸບັນ, ພວມລໍຖ້າແຂກທ່ອງທ່ຽວ ແລະນັກລົງທຶນມາຄົ້ນຫາ, ພ້ອມກັນຂຸດຄົ້ນ ເພື່ອພັດທະນາການທ່ອງທ່ຽວ, ເຊື່ອມຕໍ່ກ່ຽວກັບເສດຖະກິດ, ການຄ້າລະຫວ່າງແຂວງ ເຊກອງ ແລະບັນດາແຂວງທີ່ນອນໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແລະປະເທດ ໄທ, ສາມາດພັດທະນາເປີດກວ້າງໄປເຖິງປະເທດ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ ຜ່ານປະເທດ ຫວຽດນາມ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ເຈື່ອງລີວ.

ທີ່ກອງປະຊຸມ, ຕາງໜ້າອຳນາດ​ການ​ປົກຄອງແຂວງເຊກອງ ໄດ້ແນະນຳເຖິງບັນດາວິສາຫະກິດຫວຽດນາມ ກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະບັນດາຂົງເຂດ ກໍ່ຄື ບັນຊີລາຍຊື່ໂຄງການດຶງດູດການລົງທຶນເຂົ້າແຂວງເຊກອງ ຄື: ກະສິກຳປູກຝັງ, ລ້ຽງສັດ, ທ່ອງທ່ຽວຊີວະພາບ, ພັກຜ່ອນບຳລຸງສຸຂະພາບ, ຂຸດຄົ້ນຊັບພະຍາກອນ​ແຮ່​ທາດ, ລົງທຶນໄຟຟ້ານ້ຳຕົກ, ອຸດສາຫະກຳ, ການຄ້າ, ການຄົມມະນາຄົມ... ການນຳແຂວງເຊກອງ ໃຫ້ຄຳໝັ້ນສັນຍາວ່າຍາມໃດກໍ່ຮ່ວມເດີນທາງ ແລະສ້າງຄວາມສະດວກດີທີ່ສຸດໃຫ້ນັກລົງທຶນ, ວິສາຫະກິດທີ່ກ່ຽວຂ້ອງເຖິງລະບຽບການລົງທຶນ, ພາສີທີ່ດິນ...

 

ແປໂດຍ: ທູຮັ່ງ