leftcenterrightdel
ບັນດາຜູ້ແທນປະຕິບັດພິທີການລົງມືກໍ່ສ້າງໂຄງການໄຟຟ້າພະລັງແສງຕາເວັນ ຈຸງນາມ ທີ່ແຂວງ ນິງຖ້ວນ. ພາບ: laodong.vn.

ໂຄງການນີ້ໄດ້ກໍ່ສ້າງໃນເນື້ອທີ່ເກືອບ 300 ແຮັກຕາ, ຂະໜາດອອກແບບຖ່ານໄຟ 705.000 ແຜ່ນ ແລະຫົວຕໍ່ກັບ 45 ສະຖານີປັບໄຟຟ້າ, ອຸປະກອນທີ່ກ່ຽວຂ້ອງຍົກລະດັບແຮງດັນໄຟຟ້າເຂົ້າເຄືອຂ່າຍໄຟຟ້າ 220 ກິໂລໂວນຂອງແຂວງ ນິງຖ້ວນ. ນີ້ແມ່ນໂຄງການໄຟຟ້າພະລັງແສງຕາເວັນ ມີຂອບຂະໜາດໃຫຍ່ທີ່ສຸດຢູ່ຫວຽດນາມ, ຄາດວ່າຈະກໍ່ສ້າງສໍາເລັດໃນປີ 2019. ໂຄງການດັ່ງກ່າວເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ສະໜອງໄຟຟ້າໃຫ້ແກ່ແຂວງ ນິງຖ້ວນ ແລະບັນດາແຂວງທາງທິດໃຕ້ພາກກາງ, ຊຸກຍູ້ເຂດນີ້ພັດທະນາ.

ແປໂດຍ: ຮວ່າງເຈື່ອງ