ທີ່ການພົບປະ, ບັນດາເຈົ້າໜ້າທີ່ອາເມລິກາ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Donald Trump ຕີລາຄາສູງການຢ້ຽມຢາມຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້, ຮັບຮູ້ຝ່າຍ ຫວຽດນາມ ໄດ້ເຂົ້າໃຈຄວາມເອົາໃຈໃສ່ຂອງ ອາເມລິກາ ແລະມີຄວາມຮັບຜິດຊອບໃນການປະຕິບັດບັນດາມາດຕະການຢ່າງລະອຽດ, ຊຸກຍູ້ການພົວພັນດ້ານການຄ້າສອງປະເທດໃຫ້ພັດທະນາຢ່າງຕັ້ງໜ້າ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ແລະທ່ານ Wilbur Ross ລັດຖະມົນຕີກະຊວງການຄ້າ. ພາບ: BC.

ບັນດາເຈົ້າໜ້າທີ່ ອາເມລິກາ ຖືວ່າ, ການພົວພັນສອງປະເທດຍັງມີຄວາມສາມາດບົ່ມຊ້ອນ ແລະແງ່ຫວັງພັດທະນາຫຼາຍຢ່າງໃນໄລຍະຈະມາເຖິງ, ປາດຖະໜາວ່າລັດຖະບານຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກ, ຍຸດຕິທໍາໃຫ້ວິສາຫະກິດ ອາເມລິກາ ສໍາຜັດກັບຕະຫຼາດຫວຽດນາມ. ບັນດາເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າຈະຊຸກຍູ້ການແລກປ່ຽນກ່ຽວກັບບັນດາຂໍ້ສະເໜີຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໃນບັນດາອົງການທີ່ກ່ຽວຂ້ອງຂອງ ອາເມລິກາ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ແລະທ່ານ Robert Lighthizer ຫົວໜ້າຫ້ອງການຜູ້ຕາງໜ້າທາງການຄ້າ ອາເມລິກາ. ພາບ: BC.

ໃນການພົບປະກັບທ່ານນາງ Charlene Barshefsky ເອກອັກຄະລັດຖະທູດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ສະເໜີໃຫ້ທ່ານນາງ Charlene Barshefsky ສືບຕໍ່ເອົາໃຈໃສ່, ໜູນຊ່ວຍຊຸກຍູ້ການຮ່ວມມືເພື່ອການພັດທະນາລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ.

 

ແປໂດຍ: ຫງວຽນກຸກ