ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ບັນຫາປົກປັກຮັກສາສິ່ງແວດລ້ອມ, ຕ້ານ ແລະສະກັດກັ້ນການລະເມີດໃນຂົງເຂດສິ່ງແວດລ້ອມພວມໄດ້ຮັບການເອົາໃຈໃສ່ທີ່ສຸດຢູ່ຫວຽດນາມ. ເມື່ອແລກປ່ຽນກັບທ່ານນາງ Victoria Kwakwa ບັນດາບັນຫາກ່ຽວກັບໜີ້ສາທາລະນະ, ການຄຸ້ມຄອງໜີ້ສາທາລະນະຢູ່ຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ຢ້ັງຢືນວ່າ, ຫວຽດນາມ ຍາມໃດກໍ່ໃຫ້ບູລິມະສິດການປ່ອຍເງິນໃຫ້ບັນດາໂຄງການທຶນກູ້ຢືມບູລິມະສິດ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ແລະທ່ານນາງ Victoria Kwakwa ທີ່ການຕ້ອນຮັບ. ພາບ: ຈ໋ຽນຖັ໋ງ.

ທ່ານນາງ ຫງວຽນທິກິມເງິນ ສະເໜີ WB ສືບຕໍ່ໜູນຊ່ວຍຫວຽດນາມ ປັບປຸງ, ສ້າງນະໂຍບາຍ ແລະຂອບນິຕິກໍາໃຫ້ສົມບູນແບບເພື່ອຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດມະຫາພາກ, ຊຸກຍູ້ການເຕີບໂຕ-ພິເສດແມ່ນເຂດເສດຖະກິດພາກເອກະຊົນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຮັບປະກັນຄວາມກົມກຽວໃນສັງຄົມ ແລະແຫຼ່ງຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມແບບຍືນຍົງ...

ກ່ຽວກັບການກໍານົດທິດກູ້ຢືມ ແລະນໍາໃຊ້ແຫຼ່ງທຶນກູ້ຢືມບູລິມະສິດຂອງທະນາຄານຟື້ນຟູ ແລະພັດທະນາສາກົນ (IBRD) ສັງກັດ WB, ທ່ານນາງ ຫງວຽນທິກິມເງິນ  ຢັ້ງຢືນວ່າ, ພາຍຫຼັງທີ່ຢຸດຕິການຮັບເອົາບັນດາບ້ວງເງິນກູ້ຢືມບູລິມະສິດຈາກສະຫະສະມາຄົມພັດທະນາສາກົນ (IDA) ສັງກັດ WB ແລ້ວ, ຫວຽດນາມ ສືບຕໍ່ຕ້ອງການມີການໜູນຊ່ວຍຈາກບັນດາແຫຼ່ງທຶນກູ້ຢືມ IBRD ເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ພື້ນຖານເສດຖະກິດ.

ທ່ານນາງ Victoria Kwakwa ຢັ້ງຢືນວ່າ, WB ຈະສືບຕໍ່ຮ່ວມມືກັບຫວຽດນາມ, ໃຫ້ຄໍາປຶກສາຊ່ວຍຫວຽດນາມ ວຽກທີ່ຕ້ອງເຮັດເພື່ອກຽມພ້ອມໃຫ້ແກ່ການປະຕິວັດອຸດສາຫະກໍາ 4.0. ທ່ານນາງ Victoria Kwakwa ໃຫ້ຮູ້ວ່າ, WB ໄດ້ພິຈາລະນາເລື່ອງຫຼຸດຜ່ອນອັດຕາດອກເບ້ຍທຶນກູ້ຢືມ IBRD ໃຫ້ແກ່ຫວຽດນາມ, ພວມມານະພະຍາຍາມລະດົມບັນດາບ້ວງຊ່ວຍເຫຼືອຫຼ້າ ແລະປັດຈຸບັນແມ່ນລະດົມໄດ້ປະມານ 300 ລ້ານໂດລາສະຫະລັດ. WB ຈະສືບຕໍ່ຊອກຫາບັນດາບ້ວງຊ່ວຍເຫຼືອຄ້າຍຄືກັນຕື່ມອີກ, ປາດຖະໜາຢາກໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນຈາກຫວຽດນາມ ເພື່ອຜັນຂະຫຍາຍບັນດາບ້ວງຊ່ວຍເຫຼືອນີ້.

 

ແປໂດຍ: ຫງວຽນກຸກ