ກຳລັງດຶງດູດການລົງທຶນອັນໃຫຍ່ຫຼວງຂອງນະຄອນຫຼວງ

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຮວ່າງຈູງຫາຍ ເລຂາພັກນະຄອນ ຮ່າໂນ້ຍ  ໄດ້ເນັ້ນໜັກວ່າ: ໃນສອງປີຜ່ານມາ, ໂດຍປະຕິບັດຄໍາໝັ້້ນສັນຍາຮ່ວມເດີນທາງພ້ອມກັບວິສາຫະກິດ, ນະຄອນ ຮ່າໂນ້ຍ ໄດ້ມານະພະຍາຍາມຢ່າງແຮງເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ການດໍາເນີນທຸລະກິດໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກປະຊາຄົມວິສາຫະກິດ ແລະປະຊາຊົນທຸກຊັ້ນວັນນະກ່ຽວກັບດັດຊະນີກໍາລັງຄວາມສາມາດແກ່ງແຍ້ງຂັ້ນແຂວງ ແລະດັດຊະນີປະຕິຮູບການບໍລິຫານໄດ້ເພີ່ມລະດັບຢ່າງຕໍ່ເນື່ອງ. ປະຊາຄົມວິສາຫະກິດນະຄອນໄດ້ພັດທະນາຢ່າງວ່ອງໄວທັງດ້ານປະລິມານ ແລະຄຸນນະພາບ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບໃບຢັ້ງຢືນການລົງທຶນໃຫ້ບັນດາວິສາຫະກິດ. ພາບ: ຫງວຽນຫວູ.

ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ  ຕີລາຄາວ່າ: ການດຶງດູດການລົງທຶນຂອງນະຄອນໃນຊຸມປີຜ່ານມາ ແລະ 6 ເດືອນຕົ້ນປີ 2018 ສືບຕໍ່ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນ. ການລົງທຶນພາກເອກະຊົນພາຍໃນປະເທດບັນລຸ (51,1%). ການລົງທຶນໂດຍກົງຈາກຕ່າງປະເທດຮອດວັນທີ 15 ມິຖຸນາ 2018 ມີກວ່າ 4.300 ໂຄງການດ້ວຍທຶນຈົດທະບຽນບັນລຸໄດ້ 33,38 ຕື້ໂດລາສະຫະລັດ.

ວິສາຫະກິດແມ່ນໃຈກາງຂອງວິວັດການຮ່ວມສໍາພັນເຂດ

ທ່ານ ຫງວຽນຈິຢູ໋ງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ  ຖືວ່າ, ນະຄອນ ຮ່າໂນ້ຍ ຄວນເສີມຂະຫຍາຍບົດບາດນໍາພາການພັດທະນາຂອງເຂດນະຄອນຫຼວງ ຮ່າໂນ້ຍ, ເຂດເສດຖະກິດຈຸດສຸມພາກເໜືອ ແລະເຂດທົ່ງພຽງແມ່ນໍ້າແດງກວ່າອີກ. ພິເສດ, ທ່ານລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໄດ້ເນັ້ນໜັກເຖິງບົດບາດຂອງວິສາຫະກິດໃນການຊຸກຍູ້ການຮ່ວມສໍາພັນເຂດ, ວິສາ ຫະກິດເປັນເຈົ້າໃນການຫັນເປັນລະອຽດບັນດາການຮ່ວມສໍາພັນ ແລະແມ່ນຕ່ອງໂສ້ສໍາຄັນທີ່ສຸດນັບແຕ່ຂອດອອກແບບຈັດສັນ.

leftcenterrightdel
ການຜະລິດບັນດາເຄື່ອງອາໄຫຼ່, ອຸປະກອນເອເລັກໂຕນິກ ຢູ່ບໍລິສັດ SYNOPEX ຫວຽດນາມ ຈໍາກັດ, ເຂດອຸດສາຫະກໍາ ກວາງມີງ (ຮ່າໂນ້ຍ). ພາບ: ແຢງລາມ.

ທ່ານປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ການຮ່ວມສໍາພັນ, ພັດທະນາເຂດຢູ່ ຮ່າໂນ້ຍ ບັນລຸໄດ້ບາງໝາກຜົນເບື້ອງຕົ້ນໃນບັນດາຂົງເຂດສາທາລະນະສຸກ, ການສຶກສາ-ບໍາລຸງສ້າງ, ການຄ້າ...  ແລະພິເສດເສີມຂະຫຍາຍປະສິດທິຜົນໃນບັນດາຂົງເຂດ: ພັດທະນາ, ເຊື່ອມຕໍ່ພື້ນຖານໂຄງລ່າງການຄົມມະນາຄົມ....

ໃນໄລຍະຈະມາເຖິງ, ນະຄອນ ຮ່າໂນ້ຍ ແລະບັນດາແຂວງ, ນະຄອນໃນເຂດຈະສ້າງແຜນການຂຸດຄົ້ນທຸກໆຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະທ້ອງຖິ່ນຢ່າງສຸດຂີດເພື່ອແກ້ໄຂບັນດາບັນຫາລວມ, ຄື: ແກ້ໄຂສິ່ງແວດລ້ອມ; ພັດທະນາພະລັງງານຂຽວ...

ເພີ່ມທະວີການປ່ຽນແປງໃໝ່ລະບອບລະບຽບການ, ປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຄວາມມານະພະຍາຍາມຂອງນະຄອນໃນການຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸຜົນງານພັດທະນາເສດຖະກິດ-ສັງຄົມຢ່າງຕັ້ງໜ້າໃນຊຸມປີຜ່ານມາ, ເປັນຕົ້ນແມ່ນໃນ 6 ເດືອນຕົ້ນປີ 2018.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ນະຄອນຫຼວງ ຄວນມີວິວັດການປະຕິບັດລະບຽບການບໍລິຫານຢ່າງມີວິທະຍາສາດ, ກະຈ່າງແຈ້ງ; ພ້ອມທັງ, ມີກົນໄກໜູນຊ່ວຍຢ່າງທັນການເມື່ອນັກລົງທຶນປະສົບກັບຄວາມຫຍຸ້ງຍາກ. ນະຄອນຄວນນໍາໜ້າໃນການປ່ຽນແປງໃໝ່ລະບອບລະບຽບການ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ...

ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ນະຄອນ ຮ່າໂນ້ຍ ຕ້ອງມີແຜນການສັງລວມ ແລະວິໄສທັດເພື່ອເຫັນແຈ້ງບັນດາເຂດທີ່ມີຄວາມສາມາດບົ່ມຊ້ອນ, ບັນດາເມືອງໃໝ່ເພື່ອກໍານົດທິດພັດທະນາ...

 

ແປໂດຍ: ຫງວຽນກຸກ