leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ພົບປະກັບທ່ານ Date Chuichi ປະທານສະພາສູງ ຍີ່ປຸ່ນ. ພາບ: baochinhphu.vn.

ທີ່ການພົບປະກັບທ່ານ Date Chuichi ປະທານສະພາສູງຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ສະເໜີສະພາສູງຍີ່ປຸ່ນ ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເປີດກວ້າງການຮ່ວມມືແທດຈິງລະຫວ່າງອົງການນິຕິບັນຍັດຂອງສອງປະເທດ; ແບ່ງປັນບົດຮຽນໃນວຽກງານກໍ່ສ້າງ, ສ້າງລະບົບກົດໝາຍໃຫ້ສົມບູນແບບ, ປະຕິຮູບຕຸລາການ; ສະໜັບສະໜູນເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງຫວຽດນາມ ແລະຍີ່ປຸ່ນ ກວ່າອີກ; ສະໜັບສະໜູນລັດຖະບານຍີ່ປຸ່ນ ສືບຕໍ່ໜູນຊ່ວຍທຶນ ODA ໃຫ້ແກ່ຫວຽດນາມ, ເປັນຕົ້ນແມ່ນບັນດາໂຄງການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ກໍ່ສ້າງພື້ນຖານໂຄງລ່າງຈຸດສຸມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ເພີ່ມທະວີການສົມທົບ, ຮ່ວມມືກັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດຍີ່ປຸ່ນ ຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ພົບປະເຈລະຈາກັບທ່ານຮອງປະທານາທິບໍດີ ອິນໂດເນເຊຍ Jusuf Kalla. ພາບ: baochinhphu.vn.

ທີ່ການພົບປະເຈລະຈາກັບທ່ານ Jusuf Kalla ຮອງປະທານາທິບໍດີອິນໂດເນເຊຍ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ສະເໜີສອງຝ່າຍຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ສູ້ຊົນບັນລຸເປົ້າໝາຍວົງເງິນການຄ້າ 10 ຕື້ໂດລາສະຫະລັດ ໂດຍໄວ; ສົ່ງເສີມການລົງນາມໃນບັນດາຂໍ້ຕົກລົງຮ່ວມມືການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ການນໍາສອງທ່ານກໍ່ແລກປ່ຽນກ່ຽວກັບບັນດາມາດຕະການແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງໃນພາກພື້ນ, ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບ ແລະບົດບາດເປັນໃຈກາງຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດ, ໃນນັ້ນມີບັນຫາທະເລຕາເວັນອອກ.

 

ແປໂດຍ: ເຈິ່ນຮວ່ຽນ