ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in; ທ່ານນາງ ດັ້ງທິງອັກທີ້ງ ຮອງປະທານປະເທດຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າບາງກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ແລະສ.ເກົາຫຼີ ເຂົ້າຮ່ວມພິທີ.

leftcenterrightdel
ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງສະຖາບັນວິທະຍາສາດ-ເຕັກໂນໂລຢີ ຫວຽດນາມ-ສ.ເກົາຫຼີ ຢູ່ເຂດເຕັກໂນໂລຢີສູງ ຮວ່າລາກ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ພິທີ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae-in ເນັ້ນໜັກວ່າ: ການຈັດຕັ້ງພິທີວາງສີລາລຶກກໍ່ສ້າງສະຖາບັນວິທະຍາສາດ-ເຕັກໂນໂລຢີຫວຽດນາມ-ສ.ເກົາຫຼີ ແມ່ນຂີດໝາຍສໍາຄັນໃນການໜູນຊ່ວຍພັດທະນາພື້ນຖານວິທະຍາສາດ-ເຕັກໂນໂລຢີຂອງຫວຽດນາມ, ກໍ່ຄືສາຍພົວພັນສະໜິດຕິດພັນຂອງສອງປະເທດຫວຽດນາມ-ສ.ເກົາຫຼີ ໃນທຸກໆຂະແໜງການ, ຂົງເຂດ. ເລື່ອງເພີ່ມທະວີການຮ່ວມມືເພື່ອຊຸກຍູ້ການພັດທະນາເສດຖະກິດຂອງຫວຽດນາມ ຜ່ານວິທະຍາສາດ-ເຕັກໂນໂລຢີແມ່ນເປັນການພິສູດໃຫ້ນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫຼີ ມຸ່ງໄປເຖິງຄວາມວັດທະນາຖາວອນຂອງທັງສອງຝ່າຍ.

 

ແປໂດຍ: ຫງວຽນກຸກ