ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຮ່າໂນ້ຍ ແລະ Bratislava, ພິເສດແມ່ນໃນຂົງເຂດການທ່ອງທ່ຽວ.

ທ່ານ Juraj Droba ໃຫ້ຮູ້ວ່າ, ຈຸດປະສົງການມາຢ້ຽມຢາມ ຮ່າໂນ້ຍ ຂອງທ່ານແມ່ມປາດຖະໜາຢາກສ້າງຕັ້ງແບບຢ່າງເພື່ອຮັດແໜ້ນສາຍພົວພັນລະຫວ່າງສອງທ້ອງຖິ່ນ, ພິເສດແມ່ນການພັດທະນາການທ່ອງທ່ຽວສອງສົ້ນ.

 

leftcenterrightdel

ທ່ານ ຫງວຽນວັນສຶວ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນ ນະຄອນ ຮ່າໂນ້ຍ  ຕ້ອນຮັບທ່ານ Juraj Droba, ປະທານເຂດ Bratislava, ປະເທດ ສະໂລວາກີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Juraj Droba ສະເໜີວ່າ, ສອງຝ່າຍຄວນຈັດຕັ້ງບັນດາລາຍການແລກປ່ຽນນັກຮຽນ, ນັກສຶກສາຕາມບັນດາຊຸດຮຽນແຕ່ 6 ເດືອນຫາ 1 ປີ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ພົນລະເມືອງສອງປະເທດມີກາລະໂອກາດຖອດຖອນບົດຮຽນ, ພົບປະແລກປ່ຽນວັດທະນະທໍາຕື່ມອີກ.

ເຫັນດີເປັນເອກະພາບກັບບັນດາຂໍ້ສະເໜີຂອງທ່ານ Juraj Droba, ທ່ານ ຫງວຽນວັນສຶວ ເນັ້ນໜັກວ່າ, ປີ 2017, ທ່ານຮອງນາຍົກລັດຖະມົນຕີ ສະໂລວາກີ ໄດ້ມາຢ້ຽມຢາມ ຫວຽດນາມ ແລະສະແດງຄວາມເອົາໃຈໃສ່ກັບນະຄອນຫຼວງ ຮ່າໂນ້ຍ. ການຢ້ຽມຢາມໄດ້ປະກອບສ່ວນສໍາຄັນເປີດກວ້າງສາຍພົວພັນການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ.

ທ່ານ ຫງວຽນວັນສຶວ ສະເໜີສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈໍາ, ສ້າງປະຖົມປັດໄຈໃຫ້ສາຍພົວພັນການຮ່ວມມືຢ່າງແໜ້ນແຟ້ນກວ່າໃນອະນາຄົດ.

ທ່ານ ຫງວຽນວັນສຶວ  ຢືນຢັນວ່າ, ຫວຽດນາມ ແລະສະໂລວາກີ ລ້ວນແຕ່ແມ່ນບັນດາປະເທດມີຄຸນຄ່າດ້ານວັດທະນະທໍາ, ປະຫວັດສາດຫຼາຍຢ່າງ. ທັງສອງຝ່າຍລ້ວນແຕ່ມີບັນດາຜະລິດຕະພັນສິນຄ້າມີຄຸນນະພາບສູງ, ສະນັ້ນເລື່ອງເພີ່ມທະວີຊຸກຍູ້ການທ່ອງທ່ຽວສອງສົ້ນແມ່ນຈໍາເປັນ. ນອກຈາກການຮ່ວມມືໃນຂະແໜງທ່ອງທ່ຽວແລ້ວ, ເລື່ອງເພີ່ມທະວີແລກປ່ຽນການຄ້າ, ການພັດທະນາເສດຖະກິດກໍ່ຄວນໄດ້ເອົາໃຈໃສ່ເປັນພິເສດ.

 

ແປໂດຍ: ເຈິ່ນຮວ່ຽນ