ນີ້ແມ່ນຄັ້ງທີ 4 ທີ່ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ Viettel ມີໜ້າຢູ່ເຫດການປະຈໍາປີໃຫຍ່ທີ່ສຸດຂອງຂະແໜງໂທລະສັບມືຖືໂລກ. ທີ່ກອງປະຊຸມໂທລະສັບມືຖືໂລກ ປີ 2018 (MWC 2018), Viettel ໄດ້ແນະນໍາ 8 ຜະລິດຕະພັນ, ບໍລິການທີ່ພົ້ນເດັ່ນໂດຍ Viettel ຄົ້ນຄວ້າພັດທະນາເອງໃນຫຼາຍຂົງເຂດຄື: ການສຶກສາ, ຄວາມປອດໄພທາງອິນເຕີແນັດ, ການທ່ອງທ່ຽວ, ບັນດາມາດຕະການປົກປ້ອງຜູ້ຊົມໃຊ້... ເຊິ່ງໄດ້ຜັນຂະຫຍາຍສໍາເລັດຢູ່ຫວຽດນາມ ແລະຕະຫຼາດສາກົນຫຼາຍແຫ່ງ.

leftcenterrightdel
ຮ້ານວາງສະແດງຂອງ Viettel ພົ້ນເດັ່ນດ້ວຍຮູບພາບກຸບຂອງຫວຽດນາມ. ພາບ: ມາຍເຮືອງ
leftcenterrightdel
ແນະນໍາເຖິງຜູ້ມາຢ້ຽມຊົມບັນດາຜະລິດຕະພັນເຕັກໂນໂລຢີສູງ ໂດຍ Viettel ພັດທະນາ. ພາບ: ມາຍເຮືອງ
leftcenterrightdel
ເຂົ້າຮ່ວມນໍາໃຊ້ຜະລິດຕະພັນເຕັກໂນໂລຢີສູງຂອງ Viettel. ພາບ: ມາຍເຮືອງ
leftcenterrightdel
ລູກຄ້າສາກົນຫຼາຍຄົນ ໄດ້ມາຢ້ຽມຊົມເພື່ອຊອກຫາກາລະໂອກາດຮ່ວມມືກັບ Viettel. ພາບ: ມາຍເຮືອງ.

ທ່ານ ຕ່າວດຶກຖັ໋ງ, ຮອງຜູ້ອໍານວຍການໃຫຍ່ Viettel  ໃຫ້ຮູ້ວ່າ: “ເມື່ອນໍາເອົາບັນດາຜະລິດຕະພັນ, ມາດຕະການແກ້ໄຂຂອງຕົນເຖິງ MWC 2018, ພວກຂ້າພະເຈົ້າປາດຖະໜາຢາກນໍາມາເຊິ່ງມູມມອງທີ່ແຕກຕ່າງກ່ຽວກັບການປະຕິວັດອຸດສາຫະກໍາ 4.0. ນັ້ນແມ່ນສໍາລັບ Viettel, ສິ່ງໃດກໍ່ສາມາດເກີດຂຶ້ນໄດ້, ສິ່ງໃດກໍ່ສາມາດປະດິດສ້າງຂຶ້ນ. Viettel ຖືວ່າໃນການປະຕິວັດ 4.0, ຫວຽດນາມ ອາດສາມາດສ້າງບັນດາຜະລິດຕະພັນເຕັກໂນໂລຢີແກ່ງແຍ້ງກັບໂລກໄດ້ຍ້ອນມີການຄົ້ນຄວ້າຈາກບັນດາຄວາມຕ້ອງການຂອງຊີວິດ ແລະເມື່ອແກ້ໄຂເປັນຢ່າງດີຢູ່ຫວຽດນາມ, ພວກເຮົາສາມາດມີຄວາມເຊື່ອໝັ້ນຕົນເອງສະເໜີຕໍ່ໂລກ”.

 

ແປໂດຍ: ທູຈາງ