ເຂົ້າຮ່ວມເວທີປາໄສມີທ່ານປະທານາທິບໍດີ ສ.ໂປໂລຍ Andrzej Duda; ທ່ານ ເຈືອງມີງຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ; ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການສອງປະເທດ ແລະວິສາຫະກິດຫວຽດນາມ ແລະໂປໂລຍ ກວ່າ 130 ແຫ່ງ.

leftcenterrightdel
 ທ່ານປະທານາທິບໍດີ ສ.ໂປໂລຍ Andrzej Duda ກ່າວຄໍາເຫັນທີ່ເວທີປາໄສ. ພາບ: ມີງຫງວຽນ

ກ່າວຄໍາເຫັນທີ່ເວທີປາໄສ, ທ່ານປະທານາທິບໍດີ ສ.ໂປໂລຍ Andrzej Duda ເນັ້ນໜັກວ່າ: ເວທີປາໄສເສດຖະກິດຫວຽດນາມ - ໂປໂລຍ ແມ່ນໜຶ່ງໃນບັນດາການເຄື່ອນໄຫວສໍາຄັນທີ່ສຸດໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ Andrzej Duda. ຕີລາຄາສູງລະດັບພັດທະນາເສດຖະກິດຂອງຫວຽດນາມໃນຊຸມປີມໍ່ໆມານີ້, ທ່ານປະທານາທິບໍດີ ສ.ໂປໂລຍ Andrzej Duda ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ໂປໂລຍ ໄດ້ຄັດເລືອກຫວຽດນາມ ແມ່ນໜຶ່ງໃນ 5 ຕະຫຼາດມີແງ່ຫວັງທີ່ສຸດເພື່ອໃຫ້ວິສາຫະກິດໂປໂລຍ ລົງທຶນ ແລະພັດທະນາ.

ທ່ານປະທານາທິບໍດີ Andrzej Duda ແບ່ງປັນວ່າ: ໂປໂລຍ ເຄີຍຜ່ານຜ່າບັນດາໄລຍະຫຍຸ້ງຍາກເພື່ອກາຍເປັນປະເທດມີພື້ນຖານເສດຖະກິດປະສົບຜົນສໍາເລັດຢູ່ສະຫະພາບເອີລົບ ແລະຫວັງວ່າ ເສດຖະກິດຫວຽດນາມ ຈະສືບຕໍ່ໃນທ່າເຕີບໂຕຢ່າງແຮງໃນຊຸມປີຕໍ່ໄປ. ທ່ານປະທານາທິບໍດີ ສ.ໂປໂລຍ Andrzej Duda ກໍ່ຖືວ່າ, ເລື່ອງສ້າງຕັ້ງຫ້ອງການຕາງໜ້າການລົງທຶນ ແລະການຄ້າ ໂປໂລຍ ຢູ່ນະຄອນ ໂຮ່ຈີມິນ ຈະຍູ້ແຮງການພົວພັນການຄ້າ ແລະເສດຖະກິດສອງປະເທດ. ຫ້ອງການຈະແມ່ນສະຖານທີ່ເພື່ອໃຫ້ວິສາຫະກິດສອງປະເທດພົບປະ, ພ້ອມກັນແລກປ່ຽນ ແລະເພີ່ມທະວີການຮ່ວມມື, ການລົງທຶນ. ທ່ານປະທານາທິບໍດີ Andrzej Duda ໃຫ້ຮູ້ວ່າ, ຫຼາຍວິສາຫະກິດຂອງໂປໂລຍ ໄດ້ ແລະພວມເຄື່ອນໄຫວຢ່າງມີປະສິດທິຜົນຢູ່ຫວຽດນາມ ແລະປາດຖະໜາຢາກໃຫ້ນັບມື້ນັບມີຫຼາຍປະເພດສິນຄ້າ, ເຄື່ອງຈັກອຸປະກອນຂອງໂປໂລຍ ມີໜ້າຢູ່ຕະຫຼາດຫວຽດນາມ.

leftcenterrightdel
  ບັນຍາກາດທີ່ເວທີປາໄສ. ພາບ: ມີງຫງວຽນ

ທີ່ເວທີປາໄສ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະວິສາຫະກິດສອງປະເທດໄດ້ພົບປະ, ແລກປ່ຽນກ່ຽວກັບບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຄື: ການບິນ, ການສຶກສາ, ການທ່ອງທ່ຽວ, ສາທາລະນະສຸກ, ທະນາຄານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ສະບຽງອາຫານ, ເຄື່ອງກົນຈັກອຸດສາຫະກໍາ... ຜູ້ຕາງໜ້າບັນດາວິສາຫະກິດ ໂປໂລຍ ຕີລາຄາສູງຄວາມສາມາດບົ່ມຊ້ອນພັດທະນາຂອງເສດຖະກິດຫວຽດນາມ ແລະປາດຖະໜາວ່າ ວິສາຫະກິດສອງປະເທດຈະມີບັນດາໂຄງການຮ່ວມມືຢ່າງລະອຽດໃນໄລຍະຈະມາເຖິງ.


ແປໂດຍ: ເຈິ່ນຮວ່ຽນ