ງານຕະຫຼາດນັດໂດຍກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານສົມທົບກັບກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ, ກະຊວງປ້ອງກັນປະເທດລາຊະອານາຈັກກໍາປູເຈຍ ຈັດຕັ້ງ. ທ່ານພົນໂທ ເຈີ່ນເດີນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ທ່ານ OK Boung, ຮອງລັດຖະມົນຕີກະຊວງການຄ້າກໍາປູເຈຍ; ທ່ານຈອມພົນ Moeung SamPhan, ຮອງລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ; ພ້ອມດ້ວຍຜູ້ຕາງໜ້າກະຊວງ, ຄະນະ, ຂະແໜງການຕ່າງໆຂອງສອງປະເທດ ຫວຽດນາມ - ກໍາປູເຈຍ ເຂົ້າຮ່ວມພິທີໄຂດັ່ງກ່າວ.

leftcenterrightdel
ພິທີຕັດແຖບຜ້າໄຂງານຕະຫຼາດນັດການຄ້າຫວຽດນາມ 2017 ຢູ່ກໍາປູເຈຍ. ພາບ: ເຟືອງລີງ

ງານຕະຫຼາດນັດການຄ້າຫວຽດນາມ 2017 ຢູ່ກໍາປູເຈຍ ເພື່ອແນໃສ່ສ້າງຂົວເຊື່ອມຕໍ່ ຊ່ວຍບັນດາວິສາຫະກິດຫວຽດນາມເວົ້າລວມ, ບັນດາວິສາຫະກິດກອງທັບເວົ້າສະເພາະ ຊຸກຍູ້ການຮ່ວມມືລົງທຶນເຂົ້າໃນຕະຫຼາດກໍາປູເຈຍ; ຊອກຫາລູກຄ້າທີ່ມີຄວາມສາມາດບົ່ມຊ້ອນ ແລະບັນດາຄູ່ຮ່ວມມືການຄ້າ, ເປີດກວ້າງການພົວພັນແລກປ່ຽນດ້ານການຄ້າລະຫວ່າງວິສາຫະກິດສອງປະເທດ.

ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ-ກໍາປູເຈຍ

ກ່າວປາໄສທີ່ພິທີໄຂ, ທ່ານພົນໂທ ເຈີ່ນເດີນ ເນັ້ນໜັກວ່າ, ຫວຽດນາມ ແລະກໍາປູເຈຍ ມີສາຍພົວພັນສະໜິດຕິດພັນມາແຕ່ດົນນານ, ຄຽງບ່າຄຽງໄຫຼ່ຊ່ວຍເຫຼືອກັນໃນພາລະກິດຕໍ່ສູ້ຍາດເອົາເອກະລາດ ແລະປົກປັກຮັກສາປະເທດຊາດ, ຮັກສາສັນຕິພາບ ແລະສ້າງສາປະເທດຊາດ. ນີ້ແມ່ນຊັບສົມບັດອັນລໍ້າຄ່າ, ສັກກະລະບູຊາ ແລະຍືນຍົງຂອງສອງຊາດ... ພັກ, ລັດ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຕັດສິນໃຈ ສ້າງສາຍພົວພັນຖານບ້ານໃກ້ເຮືອນຄຽງທີ່ໃກ້ຊິດ, ສະໜິດສະໜົມ, ມີຄວາມໄວ້ເນື້ອເຊື່ອໃຈ, ຜ່ອງໃສ ແລະຍືນຍົງກັບປະຊາຊົນ ແລະກອງທັບກໍາປູເຈຍ.

leftcenterrightdel
ການນໍາກະຊວງປ້ອງກັນປະເທດສອງປະເທດ ຢ້ຽມຊົມບັນດາຮ້ານວາງສະແດງທີ່ງານຕະຫຼາດນັດ. ພາບ: ເຟືອງລີງ

ທ່ານພົນໂທ ເຈີ່ນເດີນ ໃຫ້ຮູ້ວ່າ: “ມາຮອດປະຈຸບັນ, ຫວຽດນາມ ມີ 190 ໂຄງການລົງທຶນ ຢູ່ກໍາປູເຈຍ, ດ້ວຍຍອດຈໍານວນທຶນບັນລຸເກືອບ 3 ຕື້ USD. ການລົງທຶນຂອງກໍາປູເຈຍ ຢູ່ຫວຽດນາມ ກໍ່ເພີ່ມຂຶ້ນ, ໃນປັດຈຸບັນມີ 18 ໂຄງການດ້ວຍຍອດຈໍານວນທຶນແມ່ນ 58 ກວ່າລ້ານ USD. ວົງເງິນການຄ້າສອງປະເທດບັນລຸສະເລ່ຍແມ່ນປະມານ 3 ຕື້ USD ຕໍ່ປີ, ສອງຝ່າຍກໍາລັງສູ້ຊົນເພື່ອໃຫ້ຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 5 ຕື້ USD ໃນຊຸມປີຕໍ່ໄປ”.

ແບ່ງບັນກາລະໂອກາດຮ່ວມມື

ນີ້ແມ່ນຄັ້ງທີ 8 ທີ່ງານຕະຫຼາດນັດການຄ້າຫວຽດນາມ ໄດ້ຈັດຕັ້ງຢູ່ກໍາປູເຈຍ. ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຫວຽດນາມເວົ້າລວມ ແລະບັນດາວິສາຫະກິດກອງທັບເວົ້າສະເພາະເພີ່ມທະວີການຮ່ວມມື, ຊອກຫາຂໍ້ມູນຂ່າວສານ, ຄວາມສາມາດບົ່ມຊ້ອນ, ລູກຄ້າ ແລະເປີດກວ້າງການພົວພັນແລກປ່ຽນການຄ້າກັບບັນດາວິສາຫະກິດກໍາປູເຈຍ; ຜ່ານນັ້ນຍູ້ແຮງການສົ່ງອອກຜະລິດຕະພັນ, ການບໍລິການ, ການທ່ອງທ່ຽວເຂົ້າຕະຫຼາດກໍາປູເຈຍ ແລະບັນດາປະເທດອາຊຽນ.

ປີນີ້, ງານຕະຫຼາດນັດການຄ້າຫວຽດນາມ ມີການເຂົ້າຮ່ວມຂອງບັນດາກົມກອງ, ວິສາຫະກິດກວ່າ 150 ແຫ່ງຂອງສອງປະເທດ ຫວຽດນາມ ແລະ ກໍາປູເຈຍ, ດ້ວຍ 230 ຮ້ານວາງສະແດງ. ບັນດາວິສາຫະກິດຫວຽດນາມ ໄດ້ນໍາມາໃຫ້ງານຕະຫຼາດນັດຄັ້ງນີ້ ແມ່ນບັນດາຜະລິດຕະພັນ ຄື: ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນທະເລ, ເຄື່ອງຫັດຖະກຳສິລະປະ, ເຄື່ອງໄຟຟ້າ-ເອເລັກໂຕນິກ, ເຄື່ອງກົນຈັກ, ທາດເຄມີ, ຫົວອາຫານ, ແນວພັນພືດ, ແນວພັນສັດ... ໃນຂະນະນັ້ນ, ວິສາຫະກິດກໍາປູເຈຍ ປະມານ 30 ແຫ່ງ ໄດ້ນໍາມາໃຫ້ງານຕະຫຼາດນັດບັນດາປະເພດສິນຄ້າຜະລິດຕະພັນກະເສດ, ສະບຽງອາຫານ, ແພໄໝພື້ນເມືອງ, ເຄື່ອງທີ່ລະນຶກ, ທາດເຄມີ, ເຄື່ອງສໍາອາງ...

 

ແປໂດຍ: ທູຈາງ