ການໂອ້ລົມສົນທະນາ ໄດ້ຈັດຕັ້ງຕາມການສະເໜີຂອງກຸ່ມທີ່ປຶກສາດ້ານເສດຖະກິດຂອງ ທ່ານນາຍົກລັດຖະມົນຕີ ແລະຫ້ອງວ່າການລັດຖະບານ, ດ້ວຍການເຂົ້າຮ່ວມຂອງປະທານ, ຜູ້ອຳນວຍການໃຫຍ່ບັນດາກຸ່ມບໍລິສັດເສດຖະກິດພາກເອກະຊົນ 14 ທ່ານ. ພ້ອມກັນເຂົ້າຮ່ວມຍັງມີການນໍາກະຊວງການເງິນ, ກະຊວງແຜນການ ແລະການລົງທຶນ. ການໂອ້ລົມສົນທະນາໄດ້ຮັບຖືວ່າແມ່ນບໍ່ເຄີຍມີມາກ່ອນ, ເພາະວ່າກ່ອນນີ້ຕາມປົກກະຕິມີພຽງບັນດາການໂອ້ລົມສົນທະນາກັບວິສາຫະກິດເວົ້າລວມ ຫຼື ລັດວິສາຫະກິດເທົ່ານັ້ນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ມີການພົບປະກັບຜູ້ແທນທີ່ການໂອ້ລົມສົນທະນາ. ພາບ: ກວາງຮ໋ຽວ

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ຜົນສໍາເລັດຂອງເສດຖະກິດພາກເອກະຊົນເມື່ອທຽບໃສ່ຊຸມປີກ່ອນນີ້ແມ່ນໃຫຍ່ທີ່ສຸດ. ແຕ່ໃນຕົວຈິງການເຄື່ອນໄຫວຢູ່ຫວຽດນາມໃນປະຈຸບັນ, ໃນຍອດຈຳນວນວິສາຫະກິດເກືອບ 500.000 ແຫ່ງນັ້ນຈຳນວນລັດວິສາຫະກິດ ກວມເອົາພຽງແຕ່ 0,5%, ວິສາຫະກິດ FDI ກວມເອົາ 2,8%, ສ່ວນວິສາຫະກິດພາກເອກະຊົນ ແມ່ນກວມເອົາເຖິງ 96,7 %.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ວິສາຫະກິດ 14 ແຫ່ງເຂົ້າຮ່ວມການໂອ້ລົມສົນທະນາມື້ນີ້ແມ່ນຜູ້ຕາງໜ້າໃຫ້ແກ່ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງເສດຖະກິດພາກເອກະຊົນຫວຽດນາມ.

“ອາດເວົ້າວ່າ, ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ເຂົ້າຮ່ວມມື້ນີ້ແມ່ນບັນດາຫົວໜ່ວຍປະສົບຜົນສໍາເລັດ, ມີການປະກອບສ່ວນເບື້ອງຕົ້ນເຂົ້າໃນການພັດທະນາຂອງປະເທດຊາດ” - ທ່ານນາຍົກລັດຖະມົນຕີ ແບ່ງປັນ ແລະຕັ້ງບັນຫາວ່າ, ໃນຍອດຈຳນວນວິສາຫະກິດ 496.000 ແຫ່ງ ພວມເຄື່ອນໄຫວ ເຊິ່ງພາກເອກະຊົນກວມເອົາສ່ວນຫຼາຍນັ້ນວິສາຫະກິດຂະໜາດກາງ, ຂະໜາດໃຫຍ່ພຽງແຕ່ຕ່ຳກວ່າ 10.000 ແຫ່ງ, ສ່ວນທີ່ຍັງເຫຼືອແມ່ນວິສາຫະກິດຂະໜາດນ້ອຍ ແລະນ້ອຍສຸດ 486.000 ແຫ່ງ. “ສະນັ້ນຕ້ອງເຮັດແນວໃດເພື່ອໃຫ້ມີກຸ່ມບໍລິສັດພາກເອກະຊົນຢູ່ຫວຽດນາມເຕີບໃຫຍ່ເຂັ້ມແຂງ”. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ຕັ້ງບັນຫາຕື່ມອີກວ່າ: ຈຸດສຳຄັນຂອງບັນຫານີ້ແມ່ນຫຍັງ? ຕ້ອງແກ້ໄຂຂໍ້ຕິດຂັດແນວໃດແດ່ເພື່ອໃຫ້ເສດຖະກິດພາກເອກະຊົນພັດທະນາ? ມີບັນຫາຫຍັງໄດ້ວາງອອກໃນການພັດທະນາເສດຖະກິດພາກເອກະຊົນປະເທດເຮົາຕາມມະຕິສູນກາງພັກຄັ້ງທີ 5? ຍ້ອນຫຍັງເສດຖະກິດພາກເອກະຊົນຢູ່ຫວຽດນາມ ຈຶ່ງຍັງບໍ່ທັນພັດທະນາຢ່າງແຮງ ? ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ພາສີ ຫຼື ການປະພຶດ? ລັດຕ້ອງເຮັດຫຍັງແດ່ໃນໄລຍະປະຈຸບັນ ແລະວິສາຫະກິດເອງຕ້ອງເຮັດຫຍັງ ?

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຈຸດປະສົງຂອງການໂອ້ລົມສົນທະນາແມ່ນຖາມ ແລະຕອບ, ຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງບັນດາກຸ່ມບໍລິສັດພາກເອກະຊົນຢ່າງຈິງໃຈ, ດ້ວຍຈິດໃຈເວົ້ົ້າກົງໄປກົງມາ, ເວົ້ົ້າແທ້, ມີຄວາມຮັບຜິດຊອບ. “ມື້ນີ້, ພວກຂ້າພະເຈົ້າ ຮັບຟັງຄຳເຫັນຈາກບັນດາວິສາຫະກິດເພື່ອສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ສ້າງກອບກົດໝາຍ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີທີ່ສຸດໃຫ້ວິສາຫະກິດພາກເອກະຊົນຫວຽດນາມ ພັດທະນາຢ່າງຖືກທິດ, ນັບມື້ນັບມີກຸ່ມບໍລິສັດພາກເອກະຊົນຫຼາຍແຫ່ງເຕີບໃຫຍ່ເຂັ້ມແຂງພ້ອມກັບວິສາຫະກິດຂະໜາດນ້ອຍ ແລະກາງ”.

 

ແປໂດຍ: ເຈິ່ນຮວ່ຽນ